ເດືອນ Ramadan ທີ່​ສັກ​ສິດ ຢູ່​ໂບດ​ອິດ​ສະ​ລາມ Al – noor ຢູ່​ຮ່າ​ໂນ້ຍ

(VOVWORLD) - ໂດຍຕັ້ງຢູ່ຖະໜົນຮ່າງເລືອກ, ນະຄອນຫຼວງ ຮ່າໂນ້ຍ, ໂບດ ອິດສະລາມ Al – noor ເປັນໂບດແຫ່ງໜຶ່ງດຽວຂອງ ຊາວມຸດສະລິມ ຮ່າໂນ້ຍ ເວົ້າສະເພາະ ແລະ ພາກເໜືອເວົ້າລວມ. ພິເສດແມ່ນໃນເດືອນ Ramadan ນີ້, ສະຖານທີ່ແຫ່ງນີ້ ຍິ່ງຄັບຄາໜາແໜ້ນກວ່າ ເພາະວ່າ ຊາວມຸດສະລິມ ຢູ່ຮ່າໂນ້ຍ ຈະພາກັນມານີ້ເພື່ອສວດມົນພາວະນາ.
ເດືອນ Ramadan ທີ່​ສັກ​ສິດ ຢູ່​ໂບດ​ອິດ​ສະ​ລາມ Al – noor ຢູ່​ຮ່າ​ໂນ້ຍ - ảnh 1ບ່ອນດຳເນີນພິທີສວດມົນພາວະນາຢູ່ໂບດ Al – noor

        ທ່ານ Nasir, ຜູ້ມາຮ່ວມພິທີ Imam ຢູ່ໂບດ Al – noor ແບ່ງປັນວ່າ:

        “ໃນເດືອນ Ramadan - ເຊິ່ງເປັນເດືອນທີ່ມີຄວາມສຳຄັນທີ່ສຸດ ແລະ ເປັນທີ່ນັບຖືສຳລັບຊາວມຸດສະລິມ. ໃນເດືອນນີ້, ເຂົາເຈົ້າຈະພາກັນມາເຂົ້າຮ່ວມພິທີກຳຕ່າງໆຢ່າງຄັບຄາໜາແໜ້ນ, ຄົນມາຫຼາຍທີ່ສຸດແມ່ນຕອນ 6 ໂມງ ຫາ 8 9 ໂມງ ຕອນຄ່ຳ. ຢູ່ທີ່ນີ້, ເຂົາເຈົ້າກໍມີໂອກາດໄດ້ພົບປະ ແລະ ໂອ້ລົມກັນອີກດ້ວຍ”.

        ເຂົ້າຮ່ວມມື້ສວດມົນທຳອິດໃນເດືອນ Ramadan ຢູ່ໂບດ Al – noor, ອ້າຍ Khalid, ຜູ້ທີ່ຫາກໍເຂົ້າຮ່ວມການເຄື່ອນໄຫວຕາມສາສະໜາອິດສະລາມ ຢູ່ຮ່າໂນ້ຍ ແລະ ອ້າຍ Samir  ມາຈາກ Kenya ແບ່ງປັນວ່າ:

        “ຂ້າພະເຈົ້າ ແລະ ບັນດາຊາວມຸດສະລິມ ຮູ້ສຶກດີໃຈຫຼາຍທີ່ໄດ້ຕ້ອນຮັບເດືອນ Ramadan. ນີ້ກໍແມ່ນພິທີ Ramadan ທຳອິດສຳລັບຂ້າພະເຈົ້າ. ຂ້າພະເຈົ້າກໍມີຄວາມກະຕືລືລົ້ນ ແລະ ໄດ້ກຽມຈິດກຽມໃຈປະຕິບັດເດືອນກິນເຈນີ້.”

        “ຂ້າພະເຈົ້າຢູ່ ຫວຽດນາມ ມາໄດ້ 4 ປີ ແລ້ວ ແຕ່ນີ້ກໍເປັນເທື່ອທຳອິດທີ່ຂ້າພະເຈົ້າມາ ຮ່າໂນ້ຍ ໃນເດືອນ Ramadan. ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມມ່ວນຊື່ນຂອງປະຊາຄົມຊາວມຸດສະລິມໃນເດືອນ Ramadan ນີ້”.

        ຕາມການສະຖິຕິຂອງໂບດ Al – noor, ປັດຈຸບັນ, ຢູ່ຮ່າໂນ້ຍ ມີຊາວມຸດສະລິມ ປະມານ 600 ຄົນ ເຊິ່ງມາຈາກຫຼາຍປະເທດຄື ອິນໂດເນເຊຍ, ມາເລເຊຍ, ບຣູໄນ, ບັງກະລາເທດ, ບັນດາປະເທດຕາເວັນອອກກາງ… ໃນນັ້ນ, ຫວຽດນາມ ມີຊາວມຸດສະລິມ ປະມານ 150 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ