ເດືອນ ມັງກອນ 2018, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1,43 ລ້ານເທື່ອຄົນ

(VOVWORLD) - ໃນຂອບເຂດເຫດການນີ້, ຂະແໜງການທ່ອງທ່ຽວໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຄື: ຕັ້ງຮ້ານວາງສະແດງການທ່ອງທ່ຽວຢູ່ງານຕະຫຼາດນັດ; ລາຍການ “ຄ່ຳຄືນ ຫວຽດນາມ” ແນະນຳກ່ຽວກັບການທ່ອງທ່ຽວ ຫວຽດນາມ
ເດືອນ ມັງກອນ 2018, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1,43 ລ້ານເທື່ອຄົນ - ảnh 1 ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ

ແຂກສາກົນມາຢ້ຽມຢາມ ຫວຽດນາມ ໃນເດືອນ ມັງກອນ 2018 ຄາດວ່າບັນລຸກ່ວາ 1,43 ລ້ານເທື່ອຄົນ, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.

        ນັບແຕ່ຕົ້ນເດືອນມັງກອນ 2018, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຕັ້ງໜ້າດຳເນີນບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ, ມຸ່ງໄປເຖິງຄາດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃນປີ 2018 ໃຫ້ໄດ້ 15 – 17 ລ້ານເທື່ອຄົນ. ໃນນັ້ນ, ພົ້ນເດັ່ນແມ່ນ ຫວຽດນາມ ເຂົ້າຮ່ວມເວທີປາໄສການທ່ອງທ່ຽວ ອາຊຽນ ປີ 2018 (ATF 2018) ທີ່ຈັດຕັ້ງຢູ່ ໄທ. ໃນຂອບເຂດເຫດການນີ້, ຂະແໜງການທ່ອງທ່ຽວໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຄື: ຕັ້ງຮ້ານວາງສະແດງການທ່ອງທ່ຽວຢູ່ງານຕະຫຼາດນັດ; ລາຍການ “ຄ່ຳຄືນ ຫວຽດນາມ” ແນະນຳກ່ຽວກັບການທ່ອງທ່ຽວ ຫວຽດນາມ ແລະ ບົດບາດເປັນເຈົ້າພາບຈັດຕັ້ງເວທີປາໄສທ່ອງທ່ຽວ ອາຊຽນ ປີ 2019 ຢູ່ແຂວງ ກວາງນີງ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ, ໃຫ້ຮູ້ວ່າ:

        “ປີ 2018, ຂະແໜງທ່ອງທ່ຽວສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຂະແໜງການບິນ, ບັນດາບໍລິສັດການບິນພາຍໃນປະເທດ ແລະ ສາກົນເພີ່ມບັນດາຖ້ຽວບິນໃນສາຍການບິນທີ່ມີຢູ່ແລ້ວ ແລະ ສ້າງຕັ້ງສາຍການບິນໃໝ່ຈາກບັນດາຕະຫຼາດຈຸດສຸມໄປຫາສະໜາມບິນ, ບັນດາສະຖານທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ຟູ໋ກວກ, ດ່ານັ້ງ, ກາດບີ, ເຫ້ວ, ເວີນດົນ. ເພີ່ມທະວີການຄຸ້ມຄອງຈຸດນັດພົບ, ຮັບປະກັນຄວາມສະຫງົບປອດໄພຢູ່ບັນດາສະຖານທີ່ທ່ອງທ່ຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ