ເດືອນ ມັງ​ກອນ ​ປີ 2024 ຫວຽດ​ນາມ ປ່ອຍ​ເງີນລົງ​ທຶນ​ສາ​ທາ​ລະ​ນະ​ເກືອບ 17.000 ຕື້​ດົ່ງ​

(VOVWORLD) - ການປ່ອຍເງິນລົງທຶນສາທາລະນະໃນເດືອນມັງກອນ ບັນລຸ 2,58%, ປະມານ 16.900 ຕື້ດົ່ງ (ກ່ວາ 700 ລ້ານ USD), ສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ເດືອນ ມັງ​ກອນ ​ປີ 2024 ຫວຽດ​ນາມ ປ່ອຍ​ເງີນລົງ​ທຶນ​ສາ​ທາ​ລະ​ນະ​ເກືອບ 17.000 ຕື້​ດົ່ງ​ - ảnh 1ພາບປະກອບ: Vietnam+

ທ່ານ ໂດແທັງຈຸງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ ການລົງທຶນສາທາລະນະກ່ຽວຂ້ອງເຖິງຫຼາຍຂະແໜງ, ຂົງເຂດ, ບັນດາບັນຫາກົດໝາຍຄື: ທີ່ດິນ, ສິ່ງແວດລ້ອມ, ການກໍ່ສ້າງ, ການຄຸ້ມຄອງປົກປ້ອງປ່າ, ງົບປະມານ… ລັດຖະບານໄດ້ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນແຕ່ລະຂະແໜງການ, ຂົງເຂດ ໃນແຕ່ລະຂັ້ນຕອນຂອງໂຄງການລົງທຶນສາທາລະນະ, ເພື່ອມີວິທີການແກ້ໄຂ ແລະ ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມນັບແຕ່ຕົ້ນປີ 2024.

ປີ 2024, ບັນດາໂຄງການລົງທຶນສາທາລະນະ, ພິເສດແມ່ນບັນດາໂຄງການສຳຄັນແຫ່ງຊາດ, ໂຄງການໃຫຍ່ ມີລັກສະນະແຜ່ຂະຫຍາຍເຊື່ອມຕໍ່ເຂດ ໄດ້ຮັບການປະຕິບັດການບໍລິຫານສຳເລັດໂດຍພື້ນຖານ. ດັ່ງນັ້ນ, ນີ້ແມ່ນປະຖົມປັດໄຈເພື່ອໃຫ້ ຫວຽດນາມ ອາດຈະຍູ້ໄວການປ່ອຍເງິນລົງທຶນຕາມແຜນການລົງທຶນສາທາລະນະໄດ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ