ເດືອນ ມິຖຸນາ ປະທານາທິບໍດີ ອາເມລິກາ ຈະໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ Cornwall (ອັງກິດ) ແຕ່ວັນທີ 11 – 13 ມິຖຸນາ
ເດືອນ ມິຖຸນາ ປະທານາທິບໍດີ ອາເມລິກາ ຈະໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: APP

  ວັນທີ 24 ເມສາ ທຳນຽບຂາວ ປະກາດວ່າ ເດືອນ ມິຖຸນາ ປີ 2021 ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປ ອັງກິດ ແລະ ແບນຊິກ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ.

        ທ່ານ Jen Psaki ເລຂາດ້ານສື່ມວນຊົນທຳນຽບຂາວໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Joe Biden ປະຕິບັດການໄປປະຕິບັດງານຢູ່ຕ່າງປະເທດ ເພື່ອແນໃສ່ເນັ້ນໜັກເຖິງຄຳໝັ້ນສັນຍາຟື້ນຟູບັນດາກຸ່ມສຳພັນທະມິດຂອງ ອາເມລິກາ, “ເກີດໃໝ່” ການພົວພັນຂ້າມມະຫາສະໝຸດ ກໍ່ຄືຮ່ວມມືຢ່າງແໜ້ນແຟ້ນກັບບັນດາພັນທະມິດ.

        ການປະກາດຂອງທຳນຽບຂາວຊີ້ແຈ້ງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ Cornwall (ອັງກິດ) ແຕ່ວັນທີ 11 – 13 ມິຖຸນາ, ນະທີ່ນີ້ ທ່ານປະທານາທິບໍດີ Joe Biden ຈະມີການພົບປະ 2 ຝ່າຍກັບການນຳບັນດາປະເທດ G7, ໃນນັ້ນ ມີທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson.

ຕອບກັບ

ຂ່າວ/ບົດ​ອື່ນ