ເດືອນກຸມພາ ປີ 2019, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

(VOVWORLD) - ວັນທີ 28 ກຸມພາ, ກົມໃຫຍ່ສະຖິຕິໄດ້ປະກາດວ່າ ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນກຸມພາ ປີ 2019 ຄາດຄະເນວ່າ ບັນລຸໄດ້ກ່ວາ 1.58 ລ້ານເທື່ອຄົນ. 
ເດືອນກຸມພາ ປີ 2019, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. - ảnh 1ທັດສະນີຍະພາບ ຈ່າງອານ. 

ເດືອນ ກຸມພາ ປີ 2019 ກໍ່ແມ່ນເດືອນທີ່ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ເພາະວ່າເດືອນນີ້ຢູ່ ຫວຽດນາມ ພວມເເມ່ນລະດູງານບຸນຕົ້ນປີໃໝ່ ດ້ວຍເຫດການຕ່າງໆທີ່ໜ້າຈັບໃຈ ແລະ ດຶງດູດແຂກທ່ອງທ່ຽວສາກົນ.

ຄິດໄລ່ລວມເດືອນ ກຸມພາ ຂອງປີ 2019, ແຂກທ່ອງທ່ຽວມາ ຫວຽດນາມ ຄາດວ່າ ບັນລຸໄດ້ກ່ວາ 3 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວມາດ້ວຍທາງອາກາດ ແລະ ທາງບົກ ລ້ວນແຕ່ເພີ່ມຂຶ້ນສູງ. ແຂກທ່ອງທ່ຽວມາຈາກ ອາຊີ, ເອີລົບ ແລະ ອາເມລິກາ ກໍ່ໄດ້ເພີ່ມຂຶ້ນເມື່ອທຽບໃສ່ປີກ່ອນ.

ໃນຊຸມມື້ນີ້, ຢູ່ ຮ່າໂນ້ຍ ພວມດຳເນີນບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ 2, ເຊິ່ງຮັບຄວາມສົນໃຈຈາກທົ່ວໂລກ.

ຈຳນວນນັກຂ່າວ, ສື່ມວນຊົນສາກົນຂຶ້ນເຖິງຫຼາຍພັນຄົນພວມເຕົ້າໂຮມຢູ່ນະຄອນຫຼວງ ຮ່າໂນ້ຍ. ຂະແໜງການທ່ອງທ່ຽວ ຫວຽດນາມ ຮັບຮູ້ວ່ານີ້ເປັນໂອກາດທີ່ດີສຳລັບການໂຄສະນາການທ່ອງທ່ຽວຂອງ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ