ເດືອນ​ຊາວ​ໜຸ່ມ 2020: ໄວ​ໜຸ່ມ​ອາ​ສາ​ສະ​ໝັກ, ມີ​ຫົວ​ຄິດປະ​ດິດສ້າງເພື່ອ​ວົງ​ຄະ​ນະ​ຍາດ

(VOVWORLD) -ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນຄືວັນທີ 26 ມີນາ, ໄວໜຸ່ມທົ່ວປະເທດໄດ້ມີການເຄື່ອນໄຫວ ທີ່ແທດຈິງຫຼາຍຢ່າງເພື່ອວົງຄະນະຍາດ.
ເດືອນ​ຊາວ​ໜຸ່ມ 2020: ໄວ​ໜຸ່ມ​ອາ​ສາ​ສະ​ໝັກ, ມີ​ຫົວ​ຄິດປະ​ດິດສ້າງເພື່ອ​ວົງ​ຄະ​ນະ​ຍາດ - ảnh 1

ບັນດາຜູ້ອາສາສະໝັກ, ພະນັກງານ, ຄູອາຈານມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນເຂົ້າການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 (ພາບ: GDDT)

ຢູ່ນະຄອນໂຮ່ຈີມິນ, ມີຊາວໜຸ່ມຫຼາຍຄົນໄດ້ຕັ້ງໜ້າມີບັນດາການປະກອບສ່ວນຢ່າງລະອຽດ, ມີຫົວຄິດປະດິດສ້າງເພື່ອເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ດ້ວຍຄວາມຫວັງຢາກປະກອບສ່ວນກຳລັງໜຸ່ມເຂົ້າໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງນະຄອນ, ຊາວໜຸ່ມສູນພັດທະນາວິທະຍາສາດແລະເຕັກໂນໂລຢີໜຸ່ມ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນໄດ້ສົມທົບກັບຖັນແຖວນັກວິທະຍາສາດ, ນັກຊ່ຽວຊານຂອງມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນຄົ້ນຄ້ວາປະຕິບັດ, ເປີດຕົວຕູ້ຂ້າເຊື້ອທົ່ວຮ່າງກາຍ.

ຢູ່ແຂວງຫ໋າຍເຢືອງ, ສະມາຊິກຊາວໜຸ່ມແຂວງຫ໋າຍເຢືອງໄດ້ແຈກຢາຍຜ້າອັດປາກ - ອັດດັງ ນັບຫຼາຍສິບພັນອັນ, ນ້ຳຢາລ້າງມືຂ້າເຊື້ອ ນັບຫຼາຍພັນຕຸກ, ສະບູຂ້າເຊື້ອ…ໃຫ້ແກ່ປະຊາຊົນໂດຍບໍ່ເສຍຄ່າ.

ຄະນະຊາວໜຸ່ມແຂວງບາກລຽວໄດ້ຈັດຕັ້ງການປຸກລະດົມສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ແຈກຢາຍຜ້າອັດປາກ -ອັດດັງ… ຍູ້ແຮງການໂຄສະນາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.

ດ້ວຍຫົວຂໍ້ “ຊາວໜຸ່ມຕຽນຢາງອາສາສະໝັກ, ມີຫົວຄິດປະດິດສ້າງເພື່ອວົງຄະນະຍາດ”, ບັນດາການເຄື່ອນໄຫວໃນເດືອນຊາວໜຸ່ມປີ 2020 ຂອງແຂວງໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມເປັນຈຳນວນຫຼວງຫຼາຍແລະເໝາະສົມກັບສະພາບການຕົວຈິງຂອງທ້ອງຖິ່ນກໍ່ຄືສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ