ເດື​ອນ​ຊາວ​ໜຸ່ມ​​ໄດ້​ຮັບ​ການຜັນ​ຂະ​ຫຍາຍຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

(VOVWORLD) -ວັນທີ 8 ເມສາ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີສະຫຼູບການເຄື່ອນໄຫວເດືອນຊາວໜຸ່ມ 2022

ເດືອນຊາວໜຸ່ມ 2022 ດ້ວຍຫົວຂໍ້ “ຊາວໜຸ່ມມີຫົວຄິດປະດິດສ້າງ” ໄດ້ມີການເຂົ້າຮ່ວມຈາກ ຄະນະຊາວໜຸ່ມແຂວງ, ນະຄອນ  67 ແຫ່ງ, ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ ເກືອບ 28.000 ເທື່ອຄົນ, ຜັນຂະຫຍາຍການເຄື່ອນໄຫວຕອບສະໜອງ ດ້ວຍແຫຼ່ງກຳລັງທີ່ລະດົມໄດ້ທັງໝົດເກືອບ 68 ຕື້ດົ່ງ. ວຽກງານຊີ້ນຳຜັນຂະຫຍາຍການເຄື່ອນໄຫວຂອງເດືອນຊາວໜຸ່ມ ປີ 2022 ໄດ້ຮັບການປະຕິບັດຢ່າງທັນການ, ລຸລ່ວງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍຕິດແທດກັບທັດສະນະຊີ້ນຳຂອງພັກ, ລັດ, ລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ສ້າງມາດຕະການຢ່າງມີຫົວຄິດປະດິດສ້າງທັນການ ແລະ ມີໄຫວພິບໃນການຜັນຂະຫຍາຍການເຄື່ອນໄຫວຕ່າງໆ, ເໝາະສົມກັບການຜັນແປຂອງໂລກລະບາດ. ມີຫຼາຍວິທີການປະຕິບັດງານໃໝ່, ມີຫົວຄິດປະດິດສ້າງໄດ້ຈັດເຂົ້າໃນລາຍການ, ການເຄື່ອນໄຫວຜັນຂະຫຍາຍໃນເດືອນຊາວໜຸ່ມ ແລະ ໄດ້ຮັບການແບ່ງປັນ, ທະວີຄູນຢ່າງທັນການ ແລະ ມີປະສິດທິຜົນໃນທົ່ວຄະນະຊາວໜຸ່ມ ໃນຊຸມອາທິດທີ່ເຄື່ອນໄຫວ. ທີ່ພິທີ, ມີບົດປະກອບຄຳເຫັນຫຼາຍບົດຂອງຄະນະຊາວໜຸ່ມແຂວງ, ນະຄອນ ໄດ້ຍົກອອກຂໍ້ສະເໜີເພື່ອແນໃສ່ຍົກສູງຄຸນນະພາບໃນການເຄື່ອນໄຫວຂອງຄະນະຊາວໜຸ່ມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ