ເດືອນ​ພະ​ຈິກ, CPI ຂອງ ຫວຽດ​ນາມ ຫຼຸດ​ລົງ 0,01%

(VOVWORLD) -ສະເລ່ຍເດືອນພະຈິກປີ 2020, CPI ເພີ່ມຂຶ້ນ 3,51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, CPI ເຂດຕົວເມືອງ ເພີ່ມຂຶ້ນ 3,13% , ເຂດຊົນນະບົດເພີ່ມຂຶ້ນ 3,87% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເດືອນ​ພະ​ຈິກ, CPI ຂອງ ຫວຽດ​ນາມ ຫຼຸດ​ລົງ 0,01% - ảnh 1ພາບປະກອບ: congthuong.vn 

ຕາມກົມໃຫຍ່ສະຖິຕິແລ້ວ, ຄ່ານ້ຳມັນພາຍໃນປະເທດຫຼຸດລົງຕາມຄ່າເຊື້ອເພີງໂລກ, ຄ່າໄຟຟ້າ, ຄ່ານ້ຳປະປາ ກໍ່ຫຼຸດລົງຍ້ອນຄວາມຕ້ອງການໃນການນຳໃຊ້ບໍລິໂພກຫຼຸດລົງ ແມ່ນບັນດາປັດໄຈເຮັດໃຫ້ ດັດຊະນີລາຄາຜູ້ບໍລິ ໂພກ ( CPI) ໃນເດືອນພະຈິກ 2020 ຫຼຸດລົງ 0,01% ເມື່ອທຽບໃສ່ເດືອນກ່ອນ.  ເມື່ອທຽບກັບເດືອນກ່ອນ, ໃນ 11 ກຸ່ມສິນຄ້າ ແລະ ການບໍລິການບໍລິໂພກຕົ້ນຕໍ, ນອກຈາກ 3 ຫມວດສິນຄ້າດັ່ງກ່າວຫຼຸດລົງ, ມີ 7 ຫມວດສິນຄ້າມີລາຄາເພີ່ມຂຶ້ນ ແລະ ມີກຸ່ມໜຶ່ງມີລາຄາເປັນປົກກະຕິ. ໃນກຸ່ມ 7 ຫມວດສິນຄ້າເພີ່ມຂຶ້ນມີ: ເຄື່ອງນຸ່ງຕັດຫຍິບ, ໝວກ ແລະ ເກີບແມ່ນມີລະດັບເພີ່ມຂຶ້ນສູງກ່ວາຫມູ່ (ເພີ່ມຂຶ້ນ 0,14%) ເມື່ອທຽບໃສ່ເດືອນກອນ.

ສະເລ່ຍເດືອນພະຈິກປີ 2020, CPI ເພີ່ມຂຶ້ນ 3,51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, CPI ເຂດຕົວເມືອງ ເພີ່ມຂຶ້ນ 3,13% , ເຂດຊົນນະບົດເພີ່ມຂຶ້ນ 3,87% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ