ເດືອນ​ມັງ​ກອນ ປີ 2021, ຈຳ​ນວນ​ວິ​ສາ​ຫະ​ກິດ​ສ້າງ​ຕັ້ງ​​ໃໝ່​ຢູ່ ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 22%

(VOVWORLD) - ສະພາບການຈົດທະບຽນວິສາຫະກິດໃນເດືອນ ມັງກອນ ປີ 2021 ມີຄວາມຟົດຟື້ນຫຼາຍຂຶ້ນ ເມື່ອຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ເພີ່ມຂຶ້ນ ນັບທັງດ້ານຈຳນວນ ແລະ ທຶນຈົດທະບຽນ.
ເດືອນ​ມັງ​ກອນ ປີ 2021, ຈຳ​ນວນ​ວິ​ສາ​ຫະ​ກິດ​ສ້າງ​ຕັ້ງ​​ໃໝ່​ຢູ່ ຫວຽດ​ນາມ ເພີ່ມ​ຂຶ້ນ​ເກືອບ 22% - ảnh 1(ພາບປະກອບ: baodantri.com.vn)

 ຕາມນັ້ນແລ້ວ, ໃນເດືອນ ມັງກອນ ປີ 2021, ທົ່ວປະເທດມີວິສາຫະກິດເກືອບ 10.100 ແຫ່ງ ໄດ້ຮັບການສ້າງຕັ້ງໃໝ່ ດ້ວຍຈຳນວນທຶນຈົດທະບຽນຫຼາຍກວ່າ 155.000 ຕື້ດົ່ງ ແລະ ຈຳນວນແຮງງານຈົດທະບຽນ ຫຼາຍກວ່າ 116.000 ຄົນ, ເພີ່ມຂຶ້ນເກືອບ 22% ເມື່ອທຽບໃສ່ຈຳນວນວິສາຫະກິດຂອງໄລຍະດຽວກັນຂອງປີ 2020.

ວິສາຫະກິດສ້າງຕັ້ງໃໝ່ນັ້ນ ສ່ວນຫຼາຍແມ່ນເຄື່ອນໄຫວໃນຂົງເຂດ ຂາຍສົ່ງຂາຍຍ່ອຍ, ສ້ອມແປງລົດໂອໂຕ, ລົດຈັກ; ອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ກໍ່ສ້າງ; ວິທະຍາສາດເຕັກໂນໂລຢີ; ການຂົນສົ່ງ, ເດີ່ນສາງ, ສາທາລະນະສຸກ ແລະ ການເຄື່ອນໄຫວໜູນຊ່ວຍສັງຄົມ….


ຕອບກັບ

ຂ່າວ/ບົດ​ອື່ນ