“ເດືອນ​ມີ​ນາ​ຢູ່​ເຂດ​ຊາຍ​ແດນ” - ແຜ່​ກະ​ຈາຍ​ຄວາມ​ຮັກຕໍ່​ປ​ະ​ເທດ​ຊາດ​ໃນ​ໄວ​ໜຸ່ມ

(VOVWORLD) -ສຳລັບຊາວໜຸ່ມແຕ່ລະຄົນທີ່ເຂົ້າຮ່ວມການເຄື່ອນໄຫວນັ້ນ ນີ້ແມ່ນໂອກາດເພື່ອສະແດງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດດ້ວຍບັນດາວຽກງານລະອຽດ ມຸ່ງໄປເຖິງບັນດາທ້ອງຖິ່ນເຂດຊາຍແດນ.
“ເດືອນ​ມີ​ນາ​ຢູ່​ເຂດ​ຊາຍ​ແດນ” - ແຜ່​ກະ​ຈາຍ​ຄວາມ​ຮັກຕໍ່​ປ​ະ​ເທດ​ຊາດ​ໃນ​ໄວ​ໜຸ່ມ - ảnh 1ໂຄງການ “ເດືອນມີນາຢູ່ເຂດຊາຍແດນ” ຢູ່ດັກລັກ (ພາບ: VOV)

ໂຄງການ “ເດືອນມີນາຢູ່ເຂດຊາຍແດນ” ໄດ້ຈັດຕັ້ງໃນຕະຫຼອດ “ເດືອນຊາວໜຸ່ມ” ປະຈຳປີ. ບັນດາການເຄື່ອນໄຫວແຂ່ງຂັນຈຸດສຸມໃນເດືອນມີນາຢູ່ເຂດຊາຍແດນໄດ້ສຸມໃສ່: ໂຄສະນາ, ສຶກສາໃຫ້ແກ່ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກ່ຽວກັບຄວາມຮັບຜິດຊອບຂອງຊາວໜຸ່ມຕໍ່ກັບອະທິປະໄຕ, ຄວາມໝັ້ນຄົງເຂດຊາຍແດນ, ໝູ່ເກາະໃນສະພາບການໃໝ່. ນີ້ກໍ່ແມ່ນໂອກາດເພື່ອພົວພັນແລກປ່ຽນ, ແຮກສ່ຽວ, ຢຶ້ຢາມຖາມຂ່າວບັນດາພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນ, ຜັນຂະຫຍາຍບັນດາໂຄງການ, ແບ່ງວຽກງານໃຫ້ແກ່ຊາວໜຸ່ມ ຕິດພັນກັບໜ້າທີ່ປົກປັກຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ - ສັງຄົມ. ພິເສດແມ່ນຈັດຕັ້ງການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລ, ຮ່ວມເດີນທາງກັບປະຊາຊົນ ແລະ ຊາວໜຸ່ມເຍົາວະຊົນທີ່ມີປະສົບກັບຄວາມຫຍຸ້ງຍາກ ຢູ່ບັນດາທ້ອງຖິ່ນເຂດຊາຍແດນໃນ ທົ່ວປະເທດ… ສຳລັບຊາວໜຸ່ມແຕ່ລະຄົນທີ່ເຂົ້າຮ່ວມ ການເຄື່ອນໄຫວນັ້ນ ນີ້ແມ່ນໂອກາດເພື່ອສະແດງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດດ້ວຍບັນດາວຽກງານລະອຽດ ມຸ່ງໄປເຖິງບັນດາທ້ອງຖິ່ນເຂດຊາຍແດນ. ອ້າຍ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໃຫ້ຮູ້ວ່າ:

ໂຄງການເດືອນມີນາຢູ່ເຂດຊາຍແດນ ແມ່ນໜຶ່ງ ໃນບັນດາໂຄງການທີ່ມີຄວາມໝາຍທາງການເມືອງ ແລະ ມີລັກສະນະມະນຸດສະທຳຢ່າງເລິກເຊິ່ງທີ່ນຳມາເຊິ່ງຫຼາຍຄວາມໝາຍຂອງປະສິດທິຜົນ ແລະ ການແຜ່ກະຈາຍຢ່າງແທ້ຈິງໃນການເສີມສ້າງຄວາມຮັກຊາດຢູ່ເຂດຊາຍແດນທີ່ສັກກະລະບູຊາ ຂອງ ປະເທດ ຊາດ. ຊາວໜຸ່ມແຕ່ລະຄົນສະແດງໃຫ້ເຫັນຢ່າງຈະແຈ້ງຈິດໃຈຄວາມຮັບຜິດຊອບຂອງຕົນໃນວຽກງານຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ອອກແຮງງານ, ວຽກງານການອຸທິດສ່ວນ, ປະກອບສ່ວນຫຼາຍກ່ວາອີກເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ