ເດືອນມະນຸດສະທຳ 2024: ການເດີນທາງມະນຸດສະທຳ - ມອບຄວາມຮັກ

(VOVWORLD) - “ເດືອນມະນຸດສະທຳ 2024” ຈະຈັດຂຶ້ນແຕ່ວັນທີ 01 – 31 ພຶດສະພາ, ດ້ວຍການເຄື່ອນໄຫວໜູນຊ່ວຍຫຼາຍຢ່າງໃຫ້ແກ່ຜູ້ມີຄວາມສ່ຽງສູງກວ່າເພີ່ນໃນປະຊາຄົມ.
ເດືອນມະນຸດສະທຳ 2024: ການເດີນທາງມະນຸດສະທຳ - ມອບຄວາມຮັກ - ảnh 1 ທີ່ການປະຊຸມຂ່າວ
(ພາບ: VGP)

        ທີ່ການປະຊຸມຂ່າວໃນວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ “ເດືອນມະນຸດສະທຳ 2024” ຈະຈັດຂຶ້ນແຕ່ວັນທີ 01 – 31 ພຶດສະພາ, ດ້ວຍການເຄື່ອນໄຫວໜູນຊ່ວຍຫຼາຍຢ່າງໃຫ້ແກ່ຜູ້ມີຄວາມສ່ຽງສູງກວ່າເພີ່ນໃນປະຊາຄົມ.

        ຈຸດສຸດຍອດຂອງເດືອນມະນຸດສະທຳປີນີ້ແມ່ນ “ການເດີນທາງມະນຸດສະທຳ - ມອບຄວາມຮັກ”, ຈະຈັດຂຶ້ນຢູ່ ທາຍງວຽນ, ເຊີນລາ ແລະ ດ້ຽນບຽນ ແຕ່ວັນທີ 20 – 22 ເມສາ, ດ້ວຍບັນດາການເຄື່ອນໄຫວ, ຄື: ຖະຫວາຍທູບທຽນຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດປະຕິວັດ; ການບໍລິຈາກເລືອດດ້ວຍຄວາມສະໝັກໃຈ; ໃຫ້ຄຳປຶກສາ, ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນກວ່າ 7.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ… ພິທີປຸກລະດົມຈະຈັດຂຶ້ນໃນວັນທີ 22 ເມສາ, ຢູ່ແຂວງ ດ້ຽນບຽນ.

ຕອບກັບ

ຂ່າວ/ບົດ​ອື່ນ