ເດືອນ​ມະ​ນຸດ​ສະ​ທຳ 2024: ​ສ້າງ​ຄວາມ​ເມດ​ຕາ​ປາ​ນີ​ໃຫ້​ແກ່​ປະ​ຊາ​ຄົມ

(VOVWORLD) - ທ່ານຮອງປະທານຄະນະກຳມະການປະຊາຊົນ ແຂວງ ກຽນຢາງ ຫງວຽນລຶວຈຸງ ເນັ້ນໜັກວ່າ ເດືອນມະນຸດສະທຳປີນີ້ ສືບຕໍ່ປະກອບສ່ວນປ່ຽນແປງຢ່າງແຮງ ຄວາມຮັບຮູ້ຂອງ ອຳນາດການປົກຄອງ, ບັນດາອົງການຈັດຕັ້ງສາກົນ, ສ່ວນບຸກຄົນ ຕໍ່ວຽກງານມະນຸດສະທຳ.
ເດືອນ​ມະ​ນຸດ​ສະ​ທຳ 2024: ​ສ້າງ​ຄວາມ​ເມດ​ຕາ​ປາ​ນີ​ໃຫ້​ແກ່​ປະ​ຊາ​ຄົມ - ảnh 1ການນຳແຂວງ ກຽນຢາງ ແລະ ສະພາກາແດງ ແຂວງ ກຽນຢາງ ມອບເງິນຊ່ວຍເຫຼືອກໍ່ສ້າງຂົວໃຫ້ແກ່ທ້ອງຖິ່ນຕ່າງໆໃນແຂວງ (ພາບ: baokiengiang.vn)

ວັນທີ 25 ເມສາ, ສະພາກາແດງແຂວງ ກຽນຢາງ ໄດ້ຈັດພິທີປຸກລະດົມ ເດືອນມະນຸດສະທຳ ຂັ້ນແຂວງ ປີ 2024 ດ້ວຍຫົວຂໍ້ “ສະໜິດຕິດພັນປະຊາຄົມ - ມອບຮັບຄວາມຮັກແພງ”, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງຂະບວນການສະພາກາແດງ ແລະ ຊີກວົງເດືອນແດງສາກົນ (ວັນທີ 8 ພຶດສະພາ). ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນ ແຂວງ ກຽນຢາງ ຫງວຽນລຶວຈຸງ ເນັ້ນໜັກວ່າ ເດືອນມະນຸດສະທຳປີນີ້ ສືບຕໍ່ປະກອບສ່ວນປ່ຽນແປງຢ່າງແຮງ ຄວາມຮັບຮູ້ຂອງ ອຳນາດການປົກຄອງ, ບັນດາອົງການຈັດຕັ້ງສາກົນ, ສ່ວນບຸກຄົນ ຕໍ່ວຽກງານມະນຸດສະທຳ, ສ້າງຂະບວນການເມດຕາປານີຮັກແພງ ເຊິ່ງກັນແລະກັນ ໃນວົງກ້ວາງຂອງປະຊາຄົມ.

ດ້ວຍຄວາມປາດຖະໜາ ເດືອນມະນຸດສະທຳ ກາຍເປັນເປັນເດືອນຈຸດສຸມປະຊາຊົນໝົດທຸກຄົນ ທຳຄວາມມະນຸດສະທຳ ຢ່າງແທ້ຈິງ, ປະກອບສ່ວນ ປະຕິບັດແຜນນະໂຍບາຍ, ນະໂຍບາຍຊ່ວຍເຫຼືອສັງຄົມຂອງພັກ, ລັດ, ທ່ານ ຫງວຽນລຶວຈຸງ ຮຽກຮ້ອງໃຫ້ບັນດາອົງການ, ວິສາຫະກິດ, ຜູ້ໃຈບູນໃຈກູ້ສົນ ແລະ ປະຊາຊົນທຸກຊັ້ນຄົນ ສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງກັບ ສະພາກາແດງ ແຂວງ ຊ່ວຍເຫຼືອ ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ ໃຫ້ນັບມື້ນັບມີປະຕິສິດທິຜົນກ່ວາເກົ່າ, ສ້າງປະຊາຄົມແຫ່ງຄວາມສາມັກຄີ, ເຕັມໄປດ້ວຍຄວາມເມດຕາປານີ.

ຕອບກັບ

ຂ່າວ/ບົດ​ອື່ນ