ເດືອນເຄື່ອນໄຫວເພື່ອເດັກນ້ອຍ ປີ 2019: ຮ່ວມແຮງຮ່ວມໃຈເພື່ອເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ

(VOVWORLD) -ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສູນວັດທະນະທໍາ ກິງບັກ, ນະຄອນບັກນິງ ຂອງຫວຽດນາມ ໄດ້ດໍາເນີນລາຍການ “ວິວັດທະນາການຂອງຊີວິດ” ແລະ ປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍ ປີ 2019 ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈເພື່ອເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ”.
ເດືອນເຄື່ອນໄຫວເພື່ອເດັກນ້ອຍ ປີ 2019: ຮ່ວມແຮງຮ່ວມໃຈເພື່ອເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ - ảnh 1ມອບທຶນການສຶກສາ 50 ທຶນ ໃຫ້ແກ່ ນັກຮຽນປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງໃນບໍລິເວນແຂວງບັກນິງ (ພາບ: daibieunhandan.vn)

ລາຍການດັ່ງກ່າວໄດ້ຮັບການປຸກລະດົມ ເພື່ອແນໃສ່ຕອບສະໜອງ “ລະດູແລ້ງປອດໄພສໍາລັບເດັກ”, ໂຮງຮຽນ, ຄອບຄົວໄດ້ສົມທົບກັບອໍານາດການປົກຄອງຂັ້ນຮາກຖານ, ບັນດາອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນ ຜັນຂະຫຍາຍບັນດາການເຄື່ອນໄຫວ ເພື່ອແນໃສ່ຄຸ້ມຄອງ, ຕິດຕາມກວດກາ, ແນະນໍາເດັກລະຫຼີ້ນຢ່າງປອດໄພ, ປອດໃສ ແລະ ປ້ອງກັນ, ຫຼີກລ້ຽງອຸບັດຕິເຫດໃຫ້ແກ່ເດັກ, ພິເສດແມ່ນອຸບັດຕິເຫດດຶກນໍ້າ ປີ 2019.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລົດຖີບ 110 ຄັນ, ທຶນການສຶກສາ 50 ທຶນ ແລະ ຂອງຂວັນໃຫ້ແກ່ນັກຮຽນປະສົບກັບຄວາມຫຍຸ້ງຍາກຈໍານວນໜຶ່ງໃນບໍລິເວນແຂວງບັກນິງ. 

ຕອບກັບ

ຂ່າວ/ບົດ​ອື່ນ