ເດືອນແຫ່ງມະນຸດສະທຳປີ 2023 ໜູນຊ່ວຍຈຳນວນເງິນກວ່າ 35,5 ລ້ານ USD ໃຫ້ເກືອບ 1,2 ລ້ານຄົນ

(VOVWORLD) - ໝາກຜົນໄດ້ຮັບແມ່ນ 100% ຈຳນວນແຂວງ, ນະຄອນໄດ້ຈັດການເຄື່ອນໄຫວ ເດືອນແຫ່ງມະນຸດສະທຳຕາມຮູບແບບເໝາະສົມກັບສະພາບການຕົວຈິງຂອງທ້ອງຖິ່ນ
ເດືອນແຫ່ງມະນຸດສະທຳປີ 2023 ໜູນຊ່ວຍຈຳນວນເງິນກວ່າ 35,5 ລ້ານ USD ໃຫ້ເກືອບ 1,2 ລ້ານຄົນ - ảnh 1(ບັນດາສະມາຄົມໄດ້ໜູນຊ່ວຍໃຫ້ເກືອບ 1,2 ລ້ານຄົນ)

        ຕອນບ່າຍວັນທີ 19 ມິຖຸນາ, ຢູ່ ຮ່າໂນ້ຍ, ສະພາກາແດງ ຫວຽດນາມ ໄດ້ຈັດພິທີສະຫຼຸບເດືອນແຫ່ງມະນຸດສະທຳປີ 2023. ດ້ວຍຫົວຂໍ້ “ຈາກຫົວໃຈຂອງພວກເຮົາແຕ່ລະຄົນ - ຮ່ວມແຮງຮ່ວມໃຈສ້າງຊຸມຊົນແຫ່ງຄວາມເມດຕາປານີ”, ເດືອນແຫ່ງມະນຸດສຳທຳປີນີ້ເລີ່ມແຕ່ວັນທີ 01-31 ພຶດສະພາ, ຈຸດສຸມແມ່ນແຕ່ວັນທີ 05 – 19 ພຶດສະພາ.

        ໝາກຜົນໄດ້ຮັບແມ່ນ 100% ຈຳນວນແຂວງ, ນະຄອນໄດ້ຈັດການເຄື່ອນໄຫວ ເດືອນແຫ່ງມະນຸດສະທຳຕາມຮູບແບບເໝາະສົມກັບສະພາບການຕົວຈິງຂອງທ້ອງຖິ່ນ; ບັນດາສະມາຄົມໄດ້ໜູນຊ່ວຍໃຫ້ເກືອບ 1,2 ລ້ານຄົນ, ຫຼາຍທົບ 11 ເທົ່າເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກ; ຍອດມູນຄ່າທີ່ຂົນຂວາຍມາໄດ້ແມ່ນກວ່າ 35,5 ລ້ານ USD, ຫຼາຍທົບ 2 ເທົ່າເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກ..

        ໄລ່ຮອດທ້າຍເດືອນ ພຶດສະພາ ຜ່ານມາ, ມີສະພາກາແດງແຂວງ 9 ແຫ່ງລົງນາມໂຄງການສົມທົບກັນຈັດການເຄື່ອນໄຫວມະນຸດສະທຳ, ການກຸສົນ ແລະ ການໜູນຊ່ວຍສັງຄົມກັບແນວໂຮມປະເທດຊາດແຂວງ. ໃນນັ້ນ, 2 ແຂວງໄດ້ລົງນາມໃນຂໍ້ກຳນົດສົມທົບກັນລະຫວ່າງຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ແລະ ສະພາກາແດງ ຫວຽດນາມ ແຂວງ (ແທງຮວາ, ອຽນບາຍ).

ຕອບກັບ

ຂ່າວ/ບົດ​ອື່ນ