ເຕິກກີບໍ່ເຫັນດີຮັບເອົາຊາວອົບພະຍົບໃນໄລຍະຍາວ

ເຕິກກີບໍ່ເຫັນດີຮັບເອົາຊາວອົບພະຍົບໃນໄລຍະຍາວ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ​ເຕິກກີ Ahmet Davutoglu
(ພາບ: Reuters)

(vovworld) - ວັນ​ທີ 19/10, ທ່ານ​ນາຍົກລັດຖະມົນ​ຕີ​ເຕິກກີ Ahmet Davutoglu ​ໄດ້ຖະ​ແຫຼ​ງ​ວ່າ ​ເຕິ​ກກີ ບໍ່​ແມ່ນ “ຄ້າຍ​ກັກ​ຂັງ“ ​ຊາວ​ອົບ​ພະຍົບ ​ແລະ ຈະ​ບໍ່​ເຫັນ​ດີ​ຮັບ​ເອົາ​ຊາວ​ອົບ​ພະຍົບ​ໃນ​ໄລຍະ​ຍາວ. ທ່ານ​ນາຍົກລັດຖະມົນ​ຕີ​ Ahmet Davutoglu ຢືນຢັນ​ວ່າ, Ankara ຈະ​ບໍ່​ຮັບ​ຮູ້​ແຜນ​ຈ່າຍ​ເງິນ​ຂອງ​ສະຫະພາບ​ເອີ​ລົບ ​ເພື່ອ​ໃຫ້​ປະ​ເທດ​ນີ້​ເຫັນ​ດີ​ຮັບ​ເອົາ​ຊາວ​ອົບ​ພະຍົບ​ໃນ​ໄລຍະ​ຍາວ. ທ່ານ​ Ahmet Davutoglu ​ເຫັນ​ດີ​ຈະຄວບ​ຄຸມ​ຂະ​ບວນຄົນ​ອົບ​ພະຍົບຢ່າງ​ຜິດ​ກົດໝາຍ, ພ້ອມ​ທັງ​ຊອກ​ຫາ​ກົນ​ໄກ​ລວມ ​ເພື່ອ​ຈຳກັດ​ຂະ​ບວນຄົນ​ໜີ​ໄປ​ຈາກ​ການປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ການ​ກໍ່​ການ​ຮ້າຍ ​ແລະ ຄວາມ​ອຶດ​ຫີ​ວທຸກ​ຍາກ​ຢູ່​ຊີຣີ ກໍ່​ຄື​ຢູ່ບັນດາ​ປະ​ເທດ​ອື່ນໆ, ມາ ເຕິ​ກກີ​ ເພື່ອ​ເຂົ້າ​ເອີ​ລົບ. ຕາມ​ຂ່າວ​ທີ່​ທ່ານ Ahmet Davutoglu ຍົກ​ອອກ​ມາ​ແລ້ວ, Ankara ອາດ​ຈະ​ໄດ້​ຮັບ​ເງິນສົດ​ປະມານ 3,4 ຕື້​ USD ​ເພື່ອ​ປະຕິບັດ​ມາດ​ຕະການ​ເຫຼົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ບໍ່​ແມ່ນ​ຕົວ​ເລກ​ສຸດ​ທ້າຍ ​ແລະ ​​ເຕິ​ກກີຈະ​ຕ້ອງການ​ເງິນ​ຕື່ມ​ອີກຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ