ເຕັກໂນໂລຊີດີຈີຕອນຊ່ວຍໃຫ້ວິສາຫະກິດເພີ່ມກຳລັງແກ້ງແຍ້ງ

ເຕັກໂນໂລຊີດີຈີຕອນຊ່ວຍໃຫ້ວິສາຫະກິດເພີ່ມກຳລັງແກ້ງແຍ້ງ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ “ຮັບ​ກະ​ແສ​ຟອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ"
ພາບ:baotintuc.vn

(vovworld)- ວັນ​ທີ 2/11  ຢູ່ ນະ​ຄອນ​ໂຮ່​ຈິ​ມີນ, ຫ້ອງ​ການ​ການ​ຄ້າ ແລະ ອຸ​ດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ສົມ​ທົບ​ກັບ ບໍ​ລິ​ສັດ Google ອາ​ຊີ ປາ​ຊີ​ຟີກ (Google APAC) ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ “ຮັບ​ກະ​ແສ​ຟອງ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ: ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ໄດ້​ພ້ອມ​ແລ້ວ”, ເພື່ອ​ຫນູນ​ຊ່ວຍ​ບັນ​ດາວ​ິ​ສາ​ຫະ​ກິດ ຫວຽດ​ນາມ​ ຍາດ​ແຍ່ງ​ກຳ​ລັງ​ແຮງ​ຂອງ ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ໃນ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕາມ VCCI ແລ້ວ, ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ມີ​ບົດ​ບາດ ແລະ ກະ​ທົບ​ອັນ​ໃຫຍ່​ຫລວງ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ. ປີ 2015, ມີ​ເຖິງ 95% ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ນຳ​ໃຊ້ ອິນ​ເຕີ​ແນດ, ແຕ່​ຕົວ​ເລກວິ​ສາ​ຫະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແມ່ນ​ຂຶ້ນ​ເຖິງເກືອບ 60%.

ປະ​ຈຸ​ບັນ ຫວຽດ​ນາມມ​ີ​ຈຳ​ນວນ​ຜູ້​ນຳ​ໃຊ້​ອິນ​ເຕີ​ແນດ​ຫລາຍ​ອັນ​ດັບ 5 ໃນ​ພາກ​ພື້ນ ອາ​ຊີ ດ້ວຍ 52 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ແນດ. ສິ່ງ​ດັ່ງ​ກ່າວ​ພວມ​ເຮັດ​ໃຫ້​ຫລາຍ​ຂົງ​ເຂດ​ມີ​ການ​ປ່ຽນ​ແປງ, ໃນ​ນັ້ນ ນັບ​ທັງ​ວິ​ທີ​ການ​ຜູ້​ໃຊ້​ສອຍ​ພົວ​ພັນ​ຕິດ​ຕໍ່​ກັບ​ວິ​ສາ​ຫະ​ກິດ. 


ຕອບກັບ

ຂ່າວ/ບົດ​ອື່ນ