ເຕັກ​ໂນ​ໂລ​ຢີ 6G ຈະ​ຖືກ​ຫັນ​ເປັນ​ການ​ຄ້າ​ທົ່ວ​ໂລກ​ໃນ​ປີ 2030

(VOVWORLD) -ເຕັກໂນໂລຢີການສື່ສານເຊື່ອມຕໍ່ຜ່ານບັນດາອຸປະກອນມືຖືລຸ້ນທີ 6 (6G) ຈະໄດ້ຫັນເປັນການຄ້າທົ່ວໂລກໃນປີ 2030 ແລະ ຈະປະສົມປະສານກັບເຄື່ອງຄອມພິວເຕີທີ່ກ້າວໜ້າ, ຂໍ້ມູນດ້ວຍບໍລິມາດໃຫຍ່, ປັນຍາປະດິດ (AI) ແລະ ລະບົບ blockchain.


ໃນປື້ມປົກຂາວ ທີ່ໄດ້ປະກາດໃນວັນທີ 6 ມິຖຸນາ, ກຸ່ມສົ່ງເສີມ IMT - 2030 (6G) ທີ່ໄດ້ຮັບການສ້າງຕັ້ງໃນເດືອນ ມິຖຸນາ ປີ 2019 ຕາມຄຳຮຽກຮ້ອງຂອງກະຊວງອຸດສາຫະກຳ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ຈີນ ໃຫ້ຮູ້ວ່າ ເຄືອຂ່າຍ ອິນເຕີເນັດລະບົບ 6G ຈະຫັນການປະສົມປະສານຢ່າງເລິກເຊິ່ງກວ້າງຂວາງ ລະຫວ່າງໂລກຟີຊິກເປັນຈິງ ກັບ ໂລກເຕັກນິກດີຈີຕອນ ເໝືອນຈິງ. ຕາມປື້ມປົກຂາວແລ້ວ, ອົງການຈັດຕັ້ງສາກົນກ່ຽວກັບເຕັກໂນໂລຢີໂທລະຄົມມະນາຄົມ 3GPP ຄາດວ່າຈະເລີ່ມຄົ້ນຄວ້າ ແລະ ພັດທະນາເຄືອຂ່າຍອິນເຕີເນັດ 6G ຕາມມາດຖານເຕັກນິກສາກົນໃນປີ 2025 ກ່ອນທີ່ຄາດວ່າຈະຫັນເປັນການຄ້າໃນປີ 2030.

 ຈີນ ໄດ້ອອກໃບອະນຸຍາດໃຫ້ຫັນລະບົບເຄືອຂ່າຍອິນເຕີເນັດ 5G ເປັນການຄ້າ ແລະ ເລີ່ມຄົ້ນຄວ້າ, ພັດທະນາເຕັກໂນໂລຢີ 6G ແຕ່ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ