ເຕັ້ນເພື່ອຄວາມດີ-ລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ

(VOVWORLD) - ກໍ່ໃນຕອນເຊົ້າວັນທີ 25 ພະຈິກ, ພ້ອມກັບນະຄອນຮ່າໂນ້ຍ, ຢູ່ນະຄອນ ດ່ານັ້ງ ແລະ ຫາຍຟ່ອງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວດັ່ງກ່າວເຊັ່ນດຽວກັນ.
ເຕັ້ນເພື່ອຄວາມດີ-ລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ - ảnh 1 ການເຄື່ອນໄຫວຢູ່ໜອງ ໂຮ່ເກືອມ

ຕອນເຊົ້າວັນທີ 25 ພະຈິກ, ຢູ່ເຂດໜອງ ຮ່ວານກ໊ຽມ, ນະຄອນຮ່າໂນ້ຍ, ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມລາຍການ “ເຕັ້ມເພື່ອຄວາມດີ” (Dance for Kindness). ເຫດການໄດ້ຮັບການຈັດຕັ້ງເນື່ອງໃນໂອກາດວັນສາກົນລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ (ຄືວັນທີ 25 ພະຈິກ).

        ກໍ່ໃນຕອນເຊົ້າວັນທີ 25 ພະຈິກ, ພ້ອມກັບນະຄອນຮ່າໂນ້ຍ, ຢູ່ນະຄອນ ດ່ານັ້ງ ແລະ ຫາຍຟ່ອງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວດັ່ງກ່າວເຊັ່ນດຽວກັນ. ມີປະຊາຊົນໃນທຸກເກັ່ນອາຍຸນັບພັນໆຄົນໄດ້ຈົດທະບຽນເຂົ້າຮ່ວມເຫດການ.

        ນີ້ແມ່ນປີທີ 4 ຫວຽດນາມ ຈັດຕັ້ງເຫດການດັ່ງກ່າວ. ທ່ານ ຫວູມີງຫລີ໊, ຫົວໜ້າຄະນະຈັດຕັ້ງ “ເຕັ້ນເພື່ອຄວາມດີ” ໃຫ້ຮູ້ວ່າ:

        “ເຫດການ “ເຕັ້ນເພື່ອຄວາມດີ” ໄດ້ເລີ່ມຈັດຕັ້ງແຕ່ວັນທີ 11 ພະຈິກ, ແຕ່ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າລໍຖ້າຮອດມື້ນີ້ເພື່ອສາມາດແຜ່ຂະຫຍາຍສານກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ກໍ່ຄືການທຳຮ້າຍຮ່າງກາຍເດັກຍິງໃຫ້ຫຼາຍກ່ວາ.”

        “ເຕັ້ນເພື່ອຄວາມດີ” ໂດຍອົງການ Life Vest Inside, ອົງການໜຶ່ງມີສຳນັກງານຕັ້ງຢູ່ ນິວຢອກ, ປະເທດ ອາເມລິກາ ລິເລີ່ມນັບແຕ່ປີ 2012, ດ້ວຍເປົ້າໝາຍແຜ່ຂະຫຍາຍຄວາມດີ, ພັດທະນາມະນຸດ, ສ້າງບັນດາຄຸນຄ່າອັນດີງາມເຖິງວົງຄະນະຍາດ. ມາຮອດປະຈຸບັນ, ເຫດການດັ່ງກ່າວໄດ້ແຜ່ຂະຫຍາຍອອກສູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນໃນໂລກ, ເຊື່ອມຕໍ່ທົ່ວໂລກເພື່ອແນໃສ່ຕອບສະໜອງສັບປະດາໂລກເຊີດຊູຄວາມດີ (World Kindness Week).

ຕອບກັບ

ຂ່າວ/ບົດ​ອື່ນ