ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຢູ່ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) -ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ແມ່ນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ເຊິ່ງເປັນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນໂລກ. 
ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຢູ່ ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ (ພາບ: TTXVN)

ຕອນບ່າຍວັນທີ 22 ກໍລະກົດ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ສະຖານທູດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ລັດເຊຍ ໄດ້ຈັດງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ ແລະ ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ຖືວ່າ ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ແມ່ນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ເຊິ່ງເປັນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນໂລກ. ຫວຽດນາມ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ສ່ວນທ່ານນາງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ລັດເຊຍ ມະນີວັນ ເຢຍປາວເຮີ ຢັ້ງຢືນວ່າ ລາວ ຍາມໃດກໍຕີລາຄາສູງສາຍພົວພັນໄມຕີຈິດມິດຕະພາບກັບ ຫວຽດນາມ, ເຊິ່ງເປັນສາຍພົວພັນແຫ່ງໄມຕີຈິດມິດຕະພາບແບບຍິ່ງໃຫຍ່ ແລະ ຫາຍາກໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ