ເທື່ອ​ທຽນ​ - ​ເຫວ້ ຄວນ​ພັດທະນາ​ຢ່າງ ຮອບດ້ານ​​ ​ແລະ​ ແຮງ​ກວ່າໃນ​ໄລຍະ​ຈະ​ມາ​ເຖິງ

(VOVWORLD) - ວັນທີ 8 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນໍາແຂວງເທື່ອທຽນ - ເຫວ້ ກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຂອງທ້ອງຖິ່ນ; ວຽກງານປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ແລະ ການປະຕິບັດມະຕິຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນາແຂວງເທື່ອທຽນ - ເຫວ້ ຮອດປີ 2030, ວິໄສທັດຮອດປີ 2045.
ເທື່ອ​ທຽນ​ - ​ເຫວ້ ຄວນ​ພັດທະນາ​ຢ່າງ ຮອບດ້ານ​​ ​ແລະ​ ແຮງ​ກວ່າໃນ​ໄລຍະ​ຈະ​ມາ​ເຖິງ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນໍາແຂວງ ເທື່ອທຽນເຫວ້ (ພາບ: VGP)

        ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໃນຊຸມປີມໍ່ໆມານີ້, ແຂວງເທື່ອທຽນເຫວ້ ໄດ້ມີການຜັນປ່ຽນຕັ້ງໜ້າຫຼາຍຢ່າງ, ຮອບດ້ານ ແລະ ກໍແມ່ນໜຶ່ງໃນບັນດາທ້ອງຖ່ິນນໍາໜ້າໃນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການປະຕິຮູບການບໍລິຫານເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ທາງແຂວງເທື່ອທຽນ - ເຫວ້ ຕ້ອງກວດກາຄືນໃໝ່ຂະແໜງການ, ຂົງເຂດຕ່າງໆ, ຍູ້ແຮງການຜະລິດ, ດໍາເນີນທຸລະກິດເພື່ອແກ້ໄຂບັນດາຜົນກະທົບຈາກໄວຣັດໂຄໂຣນາ ສາຍພັນໃໝ່ຢ່າງວ່ອງໄວ; ສືບຕໍ່ປະຕິບັດວຽກງານສຸຂະອະນາໄມ, ຂ້າເຊື້ອ ແລະ ປ້ອງກັນ, ຕ້ານເຊື້ອພະຍາດ ຢູ່ບັນດາເຂດປູຊະນີຍະສະຖານ, ທັດສະນີຍະພາຍ, ບ່ອນພັກເຊົາຂອງແຂກທ່ອງທ່ຽວ ກໍຄື ສະຖານທີ່ສາທາລະນະ ເພື່ອແນໃສ່ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

        ກ່ຽວກັບການປະຕິບັດມະຕິຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນາ ແຂວງເທື່ອທຽນ - ເຫວ້ ຮອດປີ 2030, ວິໄສທັດຮອດປີ 2045, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ແຂວງຕ້ອງມີແຜນການລະອຽດ ເພື່ອຜັນຂະຫຍາຍ ແລະ ບັນດາອົງການຂອງລັດຖະບານຈະໜູນຊ່ວຍເພື່ອໃຫ້ແຂວງເທື່ອທຽນ - ເຫວ້ ປະຕິບັດມະຕິສໍາຄັນນີ້ໄດ້ເປັນຢ່າງດີ. ພ້ອມກັນນັ້ນ,ທາງແຂວງກໍຕ້ອງເປັນເຈົ້າການສະເໜີບັນດາກົນໄກ, ຮູບແບບການພັດທະນາໃໝ່ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ