ເທື່ອທຽນເຫ໋ວ ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດ ພົນເອກ ຫງວຽນຈິ໋ແທງ

ເທື່ອທຽນເຫ໋ວ ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດ ພົນເອກ ຫງວຽນຈິ໋ແທງ - ảnh 1
ພິທີສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ​ພົນ​ເອກ ຫງວຽນ​ຈິ໋​ແທງ
(ພາບ: chinhphu.vn)


(vovworld) - ເທື່ອ​ທຽນ​ເຫ໋ວ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ​ພົນ​ເອກ ຫງວຽນ​ຈິ໋​ແທງ, ​ເຂົ້າ​ຮ່ວມ​ພິທີ​ໃນ​ຕອນ​ເຊົ້າ​ວັນ​ທີ 31/12 ມີ​ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ທ່ານ ດິງ​ເທ໋ຮີນ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ, ທ່ານ​​ເລຂາ​ຟຽວ, ອະດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ. ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຢືນຢັນ​ວ່າ.

        “ພວກ​ເຮົາ​ອາ​ໄລ​ຫາ​ພົນ​ເອກ ຫງວຽນ​ຈິ໋​ແທງ, ​ນາຍ​ພົນຜູ້​ທີ່​ເກັ່ງ​ກ້າ​ສາມາດຂອງ​ກອງທັບ​ປະຊາຊົນ​ຫວຽດນາມ; ​ເປັນ​ການ​ນຳ​ຂັ້ນ​ສູງ​ທີ່​ເປັນ​ແບບຢ່າງ, ມີ​ມານະ​ຈິດ​ເຂັ້ມ​ແຂງ, ຊື່​ຕົງ, ​ໃກ້​ຊິດ​ສະໜິດສະໜົມ​ກັບ​ເພື່ອ​ນມິດສະຫາຍ ​ແລະ ປະຊາຊົນ; ​ເປັນ​ລູກ​ທີ່​ດີ​ເດັ່ນຂອງ​ປະ​ເທດ​ຊາດ ຍາມ​ໃດ​ກໍ່ສະ​ຫງວນອາລົມ​ຈິດ​ອັນ​ເລິກເຊິ່ງ​ໃຫ້​ບ້ານ​ເກີດ​ເມືອງ​ນອນ. ຊີວິດ ​ແລະ ພາລະກິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ອັນ​ສະຫງ່າ​ງາມ​ຂອງ​ເພີ່ນ ຈະ​ແມ່ນ​ແບບຢ່າງຕະຫຼອດ​ຊີວິດ​ເພື່ອ​ພວກ​ເຮົາ​ຮໍ່າຮຽນ​ຕາມ”.

        ກໍ່​ທີ່​ພິທີ, ບັນ​ດາ​ຜູ້​ແທນ​ພ້ອມ​ກັນ​ຫວນ​ຄືນ​ວິວັດ​ການ​ເຄື່ອນ​ໄຫວ​ຂອງ​ພົນ​ເອກ ຫງວຽນ​ຈິ໋​ແທງ ​ແລະ ຢືນຢັນ​ວ່າ ພົນ​ເອກ ຫງວຽນ​ຈິ໋​ແທງ ​ແມ່ນ​ລູກ​ສິກ​ທີ່​ດີ​ເດັ່ນ​ຂອງ​ປະທານ​ໂຮ່ຈິ​ມິນ, ​ເປັນ​ນັກກອມ​ມູນິດ​ທີ່​ແຮງ​ກ້າ, ​ເປັນ​ນັກ​ການ​ເມືອງ, ນັກທະຫານ​ເກັ່ງ​ກ້າ​ສາມາດ, ຜູ້​ບັນຊາ​ການຍຸດ​ໂທ​ບາຍຂອງ​ກຳລັງ​ປະກອບ​ອາວຸດ​ຫວຽດນາມ.

ຂ່າວ/ບົດ​ອື່ນ