ເທື່​ອ​ທຽນ​ເຫ້ວ ແລະ Vietnam Airlines ລົງ​ນາມໃນ​ເອ​ກະ​ສານ​ຮ່ວມ​ມື​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ, ສະ​ຖານ​ທີ່​ທ່ອງ​ທ່ຽວ

(VOVWORLD) -ວັນທີ 10 ມີນາ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ແລະ ບໍລິສັດໃຫຍ່ ການບິນ ຫວຽດນາມ - Vietnam Airlines ໄດ້ຈັດພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຮອບດ້ານ ເພື່ອແນໃສ່ເພີ່ມທະວີການໂຄສະນາພາບຫຼັກຂອງສະຖານທີ່ທ່ອງທ່ຽວ, ຍົກສູງປະສິດທິຜົນຂອງການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ.
ເທື່​ອ​ທຽນ​ເຫ້ວ ແລະ Vietnam Airlines ລົງ​ນາມໃນ​ເອ​ກະ​ສານ​ຮ່ວມ​ມື​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ, ສະ​ຖານ​ທີ່​ທ່ອງ​ທ່ຽວ - ảnh 1ພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຮອບດ້ານ ເພື່ອແນໃສ່ເພີ່ມທະວີການໂຄສະນາພາບຫຼັກຂອງສະຖານທີ່ທ່ອງທ່ຽວ, ຍົກສູງປະສິດທິຜົນຂອງການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ (ພາບ: VGP)

ຕາມເນື້ອໃນທີ່ໄດ້ລົງນາມ, ສອງຝ່າຍຈະສົມທົບກັນຍູ້ແຮງການຮ່ວມມືຢູ່ 4 ເນື້ອໃນຕົ້ນຕໍລວມມີ: ການຮ່ວມມືໂຄສະນາສົ່ງເສີມການລົງທຶນ - ການຄ້າ - ການທ່ອງທ່ຽວ - ການບິນ; ສົມທົບກັນຄົ້ນຄ້ວາ ແລະ ສ້າງບັນດາຜະລິດຕະພັນ ແລະ ເສັ້ນທາງການທ່ອງທ່ຽວ, ຈັດບັນດາເຫດການສຶກສາ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວລະດັບຊາດ ແລະ ພາກພື້ນ; ຮ່ວມມືກັນຈັດຕັ້ງ, ເຂົ້າຮ່ວມ, ໜູນຊ່ວຍໂຄງການປະຕິບັດງານຄະນະທີ່ຢູ່ໃນແຂວງເທື່ອທຽນເຫ້ວ ກ່ຽວກັບວຽກງານໂຄສະນາສົ່ງເສີມການທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ສາຍການບິນ Vietnam Airlines. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງເທື່ອທ່ຽນເຫ້ວ ໃຫ້ຮູ້ວ່າ:

ໃນສະເພາະໜ້າ, ພະແນກຈະແມ່ນສູນຕິດຕໍເພື່ອພ້ອມກັບພະແນກ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆທີ່ຢູ່ໃນແຂວງ ສ້າງແຜນການລະອຽດ, ສ້າງການເຄື່ອນໄຫວສົມທົບກັບ Vietnam Airlines. ສະເພາະຂົງເຂດການທ່ອງທ່ຽວນັ້ນ ຈະຜັນຂະຫຍາຍບາງການເຄື່ອນໄຫວ ທີ່ກ່ຽວຂ້ອງເຖິງການກະຕຸກຊຸກຍູ້, ຮຽກຮ້ອງການສົ່ງເສີມ ແລະ ລົງທຶນເຂົ້າແຂວງເທື່ທຽນເຫ້ວ. ຝ່າຍ Vietnam Airlines ກໍ່ໄດ້ລົງນາມຄຳໝັ້ນສັນຍາໜູນຊ່ວຍງານ Festival ເຫ້ວ 2022 ໃນຖານະແມ່ນຫົວໜ່ວຍຂົນສົ່ງທາງການຂອງ Festival.

Vietnam Airlines ກໍ່ຈະຄົ້ນຄ້ວາຂຸດຄົ້ນບັນດາຖ້ຽວບິນຢ່າງມີປະສິດທິຜົນ ແລະ ສົມທົບກັນຈັດຄະນະວິສາຫະກິດທ່ອງທ່ຽວ, ຄະນະນັກຂ່າວ ທັງຢູ່ພາຍໃນ ແລະ ສາກົນ ເພື່ອສຳຫຼວດ, ພົບປະແລກປ່ຽນ, ຮ່ວມມື, ເຂົ້າຮ່ວມບັນດາເຫດການທີ່ຈັດຂຶ້ນຢູ່ແຂວງເທື່ອທຽນເຫ້ວ...

ຕອບກັບ

ຂ່າວ/ບົດ​ອື່ນ