ເນປານມີປະທານາທິບໍດີຍິງຄົນທຳອິດ

ເນປານມີປະທານາທິບໍດີຍິງຄົນທຳອິດ - ảnh 1
ທ່ານ​ນາງ Bidhya Devi Bhandari
(ພາບ: ອິນເຕີນແນັດ)

(vovworld) – ວັນ​ທີ 28/10, ສະພາ​ແຫ່ງ​ຊາດ ​ເນ​ປານ ​ເລືອກ​ຕັ້ງ ທ່ານ​ນາງ Bidhya Devi Bhandari ​ຮອງ​ປະທານ​ພັກ​ກອມ​ມູນິດ ​ເນ​ປານ Maoist ​ເອກະ​ພາບ (UCPN) ​ເປັນ​ປະທານາທິບໍດີ​ຍິງ​ຄົນທຳ​ອິດ​ຂອງ​ປະ​ເທດ​ນີ້. ທ່ານ​ນາງ Bhandari ຍາດ​ໄດ້ຄະ​ແນນ​ສຽງ 327 ບັດ​ຂອງ 541/597 ສະມາຊິກ​ລັດຖະສະພາ​ເຂົ້າ​ຮ່ວມ​ປ່ອນ​ບັດ​ ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ສະພາ​ແຫ່ງ​ຊາດ. ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ ພາຍຫລັງ ​ເນ​ປານ ປະກາດ​ໃຊ້​ລັດຖະທຳ​ມະນູນສະບັບ​ໃໝ່​ໃນ​ວັນ​ທີ 20/9 ຜ່ານ​ມາ. ທ່ານ​ນາງ Bhandari, ມີອາຍຸ​ໄດ້ 54 ປີ. ​ແມ່ນ​ປະທານາທິບໍດີຜູ້ທີ 2 ຂອງ ​ເນ​ປານ, ນັບ​ແຕ່​ປະ​ເທດ​ນີ້​ຢຸດຕິ​ລະບອບ ລາຊາທິປະ​ໄຕ ທີ່​ແກ່ຍາວ​ເປັນ​ເວລາ 240 ປີ, ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ