ເນື້ອໃນການຕອບຄຳຊັກຖາມໄດ້ສະທ້ອນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ

ເນື້ອໃນການຕອບຄຳຊັກຖາມໄດ້ສະທ້ອນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ - ảnh 1
ສະພາແຫ່ຊາດສິ້ນ​ສຸດ​ການ​ຊັກ​ຖາມ ​
ແລະ ຕອບ​ຄຳ​ຊັກ​ຖາມ ​ເປັນ​ເວລາ 3 ວັນ​

(vovworld) ກ່າວ​ຄຳ​ເຫັນ​ສິ້ນ​ສຸດ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ເປັນ​ເວລາ 3 ວັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ 4 ທ່ານ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງໄດ້ຢືນຢັນວ່າ ວາລະ ຊັກຖາມໄດ້ບັນລຸບັນດາໝາກຜົນດີ, ​ເນື້ອ​ໃນ​ການຕອບ​ຄຳ​ຊັກ​ຖາມ​ໄດ້​ສະທ້ອນ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ.  ກ່ອນໜ້ານັ້ນ, ການຕອບ​ຄຳ​ຊັກ​ຖາມຂອງ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ເລັ່ງ​ໃສ່​ມາດ​ຕະການ​ຄວບ​ຄຸມ​​ເງິນ​ເຟີ້, ຄຸ້ມ​ຄອງ​ເຂື່ອນ​ໄຟຟ້າ​ນ້ຳຕົກ, ວາງ​ແຜນ​ກຳນົດ​ເຂດ​ອຸດສາຫະກຳ​ກັ່ນ​ນ້ຳມັນ, ສະພາບ​ໜີ້​ເສຍ.....

   ຕໍ່ໜ້າ​ຄວາມ​ເປັນ​ຫ່ວງ​ຂອງ​ບັນດາ ສ.ສ.ຊ ກ່ຽວ​ກັບ​ໄພ​ເງິນ​ເຟີ້​ກັບ​ຕ່າວ​ຄືນ​ມາ​ເມື່ອ​ລະດັບລາຍ​ຈາ​ຍງົບປະມານ​ເກີນດູນເພີ່ມ​ຂຶ້ນ ​ແລະ ຈຳໜ່າຍ​ເພີ່ມ​ເຕີມ​ພັນທະບັດ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ຢືນຢັນວ່າ : 

   “ ເລື່ອງ ລະດັບລາຍ​ຈາ​ຍງົບປະມານ​ເກີນດູນເພີ່ມ​ຂຶ້ນຈາກ 4,8 ເຖິງ 5,3% ແລະ ຈຳໜ່າຍພັດທະບັດລັດຖະບານລວມມຸນຄ່າ 170 ຕື້ດົງ, ຖ້າຫາກວ່າ ພວກເຮົາປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ນັ້ນ, ຈຸດໝາຍ​ການ​ເຕີບ​ໂຕ GDP ປີ 2014 ​ແລະ 2015 , ການ​ຄວບ​ຄຸມ​ເງິນ​ເຟີ້​ປະມານ 7%, ພ້ອມ​ທັງ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແມ່ນ​ອາດ​ເປັນ​ໄປ​ໄດ້”

            ກ່າວ​ຄຳ​ເຫັນ​ສະຫຼຸບ​ວາລະຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງໄດ້ຢືນຢັນວ່າ : 

    “ ນີ້​ແມ່ນ​ວາລະຊັກ​ຖາມ ທີ່​ບັນລຸ​ໝາກຜົນ​ດີ, ບັນຍາກາດ​ກົງ​ໄປ​ກົງ​ມາ ​ແລະ ມີ​ຈິດ​ໃຈ​ສ້າງສັນ. ພາຍຫຼັງວາລະ​ຊັກ​ຖາມນີ້, ສະ​ເໜີ​ລັດຖະບານ, ​ນາຍົກລັດຖະມົນຕີ, ບັນດາ​ກະຊວງ ຈົ່ງ​ສື​ບຕໍ່ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ກ່ຽວຂ້ອງ​ກອງ​ປະຊຸມ 3 ສະ​ໄໝ​ກ່ອນ​ນີ້. ພະຍາຍາມ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັບ​ຟັງ​ຄຳ​ເຫັນ​ປະກອບ, ​ແກ້​ໄຂ ​ແລະ ກວດກາ​ໝາກຜົນ​ແຫ່ງ​ການ​ປະຕິບັດ. ຂ້າພະ​ເຈົ້າ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ອະນຸຍາດ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກະກຽມ​ມະຕິ ​ແລະ ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ມະຕິ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ” 

ຂ່າວ/ບົດ​ອື່ນ