ເນື້ອ​ໃນ​ຊັກ​ຖາມ “ຖືກ​ຕ້ອງ” ແລະ “ກົງ​ກັບ” ​ບັນ​ຫາ​ທີ່່​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ

(VOVWORLD) - ກ່າວຄຳເຫັນອັດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໄດ້ຕອບຄຳຊັກຖາມຢ່າງລວມສູນ, ບໍ່ຫຼີກເວັ້ນບັນດາບັນຫາທີ່ຖືກຖາມ ແລະ ອະພິປາຍຢ່າງຈະແຈ້ງບັນດາບັນຫາທີ່ສະມາຊິກສະພາແຫງຊາດໄດ້ຍົກອອກມາ. 
ເນື້ອ​ໃນ​ຊັກ​ຖາມ “ຖືກ​ຕ້ອງ” ແລະ “ກົງ​ກັບ” ​ບັນ​ຫາ​ທີ່່​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ - ảnh 1ວາລະຊັກຖາມ (ພາບ: quochoi.vn)

ພາຍຫຼັງເຮັດວຽກເປັນເວລາ 2 ມື້ເຄິ່ງ, ຕອນເຊົ້າວັນທີ 6 ມິຖຸນາ, ສະພາແຫ່ງຊາດ ໄດ້ປະຕິບັດສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສຳລັບ 4 ໝວດບັນຫາ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ອຸດສາຫະກຳ ແລະ ການຄ້າ; ກວດສອບ ແລະ ວັດທະນະທຳ, ກິລາ, ທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕາງໜ້າລັດຖະບານລາຍງານ, ອະທິບາຍແຈ້ງກ່ຽວກັບບັນດາບັນຫາໂດຍລັດຖະບານຮັບຜິດຊອບບໍລິຫານ ແລະ ຕອບຄຳຊັກຖາມໂດຍກົງຕໍ່ສະມາຊິກສະພາແຫ່ງຊາດ. ກ່າວຄຳເຫັນອັດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການໄດ້ຕອບຄຳຊັກຖາມຢ່າງລວມສູນ, ບໍ່ຫຼີກເວັ້ນບັນດາບັນຫາທີ່ຖືກຖາມ ແລະ ອະພິປາຍຢ່າງຈະແຈ້ງບັນດາບັນຫາທີ່ສະມາຊິກສະພາແຫງຊາດໄດ້ຍົກອອກມາ. ບັນດາເນື້ອໃນຊັກຖາມໄດ້ຕອບສະໜອງໄດ້ຄຳຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ, ຖືກຕ້ອງ ແລະ ກົງກັບບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນທົ່ວປະເທດ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ວາລະຊັກຖາມ ແລະ ຕອບຄຳຊັກຖາມຍັງສືບຕໍ່ຢັ້ງຢືນວ່າ ນີ້ແມ່ນຮູບແບບຕິດຕາມກວດກາໂດຍກົງທີ່ສູງສຸດ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ.  


ຕອບກັບ

ຂ່າວ/ບົດ​ອື່ນ