ເບິ່ງ​ຄື​ວ່າ ສ​ປ​ປ.ເກົາຫຼີ ເລີ່ມ​ເຄື່ອນ​ໄຫວ​ເຕົາ​​ນິ​ວ​ເຄຼຍ​ຄືນ​ໃໝ່

(VOVWORLD) -ເບິ່ງຄືວ່າ ສປປ.ເກົາຫຼີ ໄດ້ໃຫ້ເຄື່ອນໄຫວເຕົານິວເຄຼຍ ທີ່ໄດ້ຮັບຖືວ່າເຄີຍຜະລິດທາດ plutoni ລະດັບອາວຸດນິວເຄຼຍ ຄືນໃໝ່.
ເບິ່ງ​ຄື​ວ່າ ສ​ປ​ປ.ເກົາຫຼີ ເລີ່ມ​ເຄື່ອນ​ໄຫວ​ເຕົາ​​ນິ​ວ​ເຄຼຍ​ຄືນ​ໃໝ່ - ảnh 1ພາບຖ່າຍຈາກດາວທຽມ ຮາກຖານນິວເຄຼຍ Yongbyon (ພາບ: TTXVN)

ຕາມບົດລາຍງານປະຈຳປີຂອງອົງການພະລັງງານປະລະມານູສາກົນ (IAEA), ເບິ່ງຄືວ່າ ສປປ.ເກົາຫຼີ ໄດ້ໃຫ້ເຄື່ອນໄຫວເຕົານິວເຄຼຍ ທີ່ໄດ້ຮັບຖືວ່າເຄີຍຜະລິດທາດ plutoni ລະດັບອາວຸດນິວເຄຼຍ ຄືນໃໝ່. ນັບແຕ່ປີ 2009, ອົງການ IAEA ບໍ່ໄດ້ສຳຜັດກັບ ສປປ.ເກົາຫຼີ ແລະ ສ່ວນຫຼາຍແມ່ນຕິດຕາມການເຄື່ອນໄຫວນິວເຄຼຍ ຂອງ ສປປ.ເກົາຫຼີ ແບບທາງໄກ, ສ່ວນໃຫຍ່ແມ່ນຜ່ານພາບຖ່າຍດາວທຽມ. ບົດລາຍງານຂອງອົງການ IAEA ໃຫ້ຮູ້ວ່າ ນັບແຕ່ເດືອນ ກໍລະກົດ 2021 ມາຮອດປັດຈຸບັນ ມີຫຼາຍສັນຍານເໝາະສົມທີ່ສະແດງໃຫ້ເຫັນວ່າ ເຕົານິວເຄຼຍ ໄດ້ເລີ່ມເຄື່ອນໄຫວ, ເປັນຕົ້ນແມ່ນການປ່ອຍນ້ຳທຳຄວາມເຢັນ.

ຕອບກັບ

ຂ່າວ/ບົດ​ອື່ນ