ເບິ່ງແຍງດູແລ ແລະ ປົກປ້ອງສິດອັນຊອບທຳຂອງຄົນງານ

ເບິ່ງແຍງດູແລ ແລະ ປົກປ້ອງສິດອັນຊອບທຳຂອງຄົນງານ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​
ໄດ້​ເປັນ​ປະທານ​ການ​​ເຮັດ​ວຽກ​ກັບ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 11/03, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​ການ​​ເຮັດ​ວຽກ​ກັບ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ ​ເພື່ອ​ແນ​ໃສ່​ຕີ​ລາ​ຄາໝາກຜົນ​ແຫ່ງ​ການ​ປະຕິບັດ​ກົດ​ລະບຽບ​ກ່ຽວ​ກັບ​ການ​ ພົວພັນ​ວຽກ​ງາ​ນລະຫວ່າງ​ລັດຖະບານ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໃນ​ປີຜ່ານມາ, ພ້ອມ​ທັງ​ເປັນ​ເອກະ​ພາບຕໍ່​ຈຸດ​ສຸມ​ວຽກ​ງານ​ໃນ​ປີ 2014.

        ທີ່​ການ​​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ຕ້ອງ​ເສີມ​ຂະຫຍາຍ​ໝາກຜົນ​ການ​ສົມທົບ​ກັນ​ລະຫວ່າງ 2 ຝ່າຍ​ໃນໄລຍະ​ຈະ​ມາ​ເຖິງ​ຢ່າງ​ຕັ້ງໜ້າ, ລັດຖະບານ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ສ້າງ​ກົດໝາຍ, ນະ​ໂຍບາຍ​ກ່ຽວຂ້ອງ​​ໂດຍ​ກົງເຖິງພະນັກງານ, ພາລະ​ກອນ, ກຳມະກອນ ຢ່າງ​ລະອຽດ ​ແລະ ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ຕ້ອງ​ສ້າງ​ທຸກ​​ເງື່ອນ​ໄຂ​​ໃຫ້​ບຸລິມະສິດ​ຕໍ່​ຄົນ​ງານ​ເຮັດ​ວຽກ​ບົນ​ທະ​ເລ. ທ່ານ​ກ່າວ​ວ່າ.

   “ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງຄົນ​ງານ​ເຮັດ​ວຽກ​ບົນ​ທະ​ເລ. ຂົງ​ເຂດ​ນີ້​ຕ້ອງ​ຮັບ​ບຸລິມະສິດ ​ແລະ ການໜູນ​ຊ່ວຍ​ຢ່າງ​ສຸງສຸດ, ອັນ​ໃດ​ທີ່​ໜູນ​ຊ່ວຍ​ໄດ້​ພວກ​ເຮົາ​ກໍ່​ໜູນ​ຊ່ວຍ. ທີ່​ໜຶ່ງ​ແມ່ນ​ ພາຫະນະຕ້ອງ​ມີ​ເງິນທຶນພື່ອ​ຕໍ່​ກໍ່າ​ປັ່ນ​ໃຫຍ່​ດ້ວຍ​​ເຫຼັກ, ມີ​ກຳລັງ​ແຮງ​ມ້າສູງ ຈຶ່ງ​ຈະ​ອອກ​ໄກ​ຝັ່ງ​ໄດ້ ​ແຕ່ປະຊາຊົນບໍ່​ມີ​ທຶນ​ຢ່າງ​ພຽງພໍ ຕ້ອງ​ມີ​ບ້ວງ​ສິ້ນ​ເຊື່ອ​ໃຫ້​ໂຄງການ​ນີ້. ທີ 2, ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ທະນາຄານ​ແຫ່ງ​ລັດ ​ເດັດ​ດຽວ​ບໍ່​ປະໃຫ້​ຊາວ​ປະມົງ​ປະກອບອາຊີບປະມົງຢູ່​ທະ​ເລຕ້ອງ​ກູ້​ຢື່ມທຶນດ້ວຍ​ຄ່າດອກ​ເບ້ຍ​ສູງ. ທີ 3 ​ແມ່ນ​ໜູນ​ຊ່ວຍ​ປະກັນ​ໄພ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ການ​ເງິນ ພ້ອມ​ກັບ​ກະຊວງ​ແຮງ​ງານ​ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ ​ແລະ ກະຊວງ​ກະສິກຳ​ພັດທະນາ​ຊົນນະບົດ ຕ້ອງ​ຄິດ​ໄລ່​ໜູນ​ຊ່ວຍ​ການ​ປະກັນ​ຊີວິດ, ບາດ​ເຈັບ ​ໃຫ້​ຄົນ​ງານ​ປະກອບອາຊີບປະມົງ​ທຸກ​ຄົນ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕໍ່​ສະ​ເໜີ​​ໃຫ້ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ສົມທົບ​​ກັບ​ລັດຖະບານ​ເພື່ອ​ສ້າງ​​ແຜນການ, ​ເນື້ອ​ໃນ​ຢ່າງ​ລະອຽດ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ປະກາດ​ໃຊ້ ທີ່​ກ່ຽວຂ້ອງ​ເຖິງ​ຄົນ​ງານ.

ຂ່າວ/ບົດ​ອື່ນ