ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ໂລງ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານໄດ້ມອບຂອງຂວັນ 45 ພູດ ແລະ ບັດຊື້ເຄື່ອງ 500 ບັດ ຢູ່ ຕະຫຼາດບຸນເຕັດແຫ່ງຄວາມເມດຕາປານີ ໃຫ້ແກ່ແມ່ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ ແລະ ປະຊາຊົນທີ່ເຂົ້າຮ່ວມລາຍການດ້ວຍຍອດງົບປະມານກ່ວາ 25.000 USD.
ເບິ່ງ​ແຍງ​ດູ​ແລ​ຄົນ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ໂລງ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ຢູ່ເມືອງ ກໍ່ກວາຍ (ພາບ: quochoi.vn)

ວັນທີ 22 ມັງກອນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ລະດູບານໃໝ່ປີມະໂລງ 2024, ຢູ່ແຂວງ ເຮົ້າຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ  ເຈິ່ນແທັງເໝິນ ປາດຖະໜາກຢາກແຂວງ ເຮົ້າຢາງ ຈະສືບຕໍ່ພັດທະນາ ເສດຖະກິດສັງຄົມຢ່າງແຮງກ່ວາອີກ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງລະບົບການເມືອງ ແລະ ສືບຕໍ່ເບິ່ງແຍງດູແລ ຄົນທຸກຍາກໃຫ້ດີກ່ວາເກົ່າ.

ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານໄດ້ມອບຂອງຂວັນ 45 ພູດ ແລະ ບັດຊື້ເຄື່ອງ 500 ບັດ ຢູ່ ຕະຫຼາດບຸນເຕັດແຫ່ງຄວາມເມດຕາປານີ ໃຫ້ແກ່ແມ່ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ ແລະ ປະຊາຊົນທີ່ເຂົ້າຮ່ວມລາຍການດ້ວຍຍອດງົບປະມານກ່ວາ 25.000 USD.

ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງເຂດພູສູງ ຈ່າບົງ, ແຂວງ ກ໋ວາງຫງ໋າຍ.

ໃນຕອນບ່າຍວັນທີ 22 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ສະມາຊິກກຳມະບານຢູ່ນະຄອນ ຫ໋າຍຝ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ