ເບິ່ງແຍງດູແລຄົນທຸກຍາກ ຜູ້ປະສົບເຄາະຮ້າຍຈາກ ທາດຜິດສີສົ້ມດີໂອຊິນ ໃນບຸນເຕັດ

ເບິ່ງແຍງດູແລຄົນທຸກຍາກ ຜູ້ປະສົບເຄາະຮ້າຍຈາກ ທາດຜິດສີສົ້ມດີໂອຊິນ ໃນບຸນເຕັດ - ảnh 1
ທ່ານ​​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ ມອບ​ຂ​ອງຂວັນ​ໃຫ້
ຜູ້​ຢູ່​ໂດດ​ດ່ຽວ​ແຂວງ​ບາກ​ລຽວ
(ພາບ: TTXVN)


(vovworld) – ວັນ​ທີ 09/02, ທ່ານ​​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ສະພາ​ກາ​ແດງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂ​ອງຂວັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນ, ຜູ້​ຢູ່​ໂດດ​ດ່ຽວ​ແຂວງ​ບາກ​ລຽວ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ ປີ​ມະ​ແມ 2015. ຂ​ອງຂວັນ​ແຕ່​ລະ​ພູດ​ລວມມີ​ເຄື່ອງ​ໃຊ້​ສອຍ ​ແລະ ​ເງິນສົດທີ່​ມີ​ມູນ​ຄ່າ 1 ລ້ານ​ດົງ, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ບັນ​ດາ​ຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນ ຕາ​ແສງ ວິ້ງ​ເຮົ້າ, ​ເມືອງ​ຮ່ວາ​ບິ່ງ, ​ແຂວງ​ບາກ​ລຽວ ມີ​ເງື່ອນ​ໄຂ​ຕ້ອນຮັບ​ບຸນ​ເຕັດ ຢ່າງ​ມ່ວນ​ຊື່ນ, ມີ​ຄວາມຜາ​ສຸກ. ຢູ່​ທີ່​ນີ້, ທ່ານ​ເລ​ຮົ່ງ​​ແອ​ງ ສະ​ເໜີ​ໃຫ້​ແຂວງ​ບາກ​ລຽວ ສືບຕໍ່​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ພໍ່​ແມ່​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ຫ່າງ​ໄກ​ຊອກ​ຫີຼິກ, ພ້ອມ​ທັງ​ເພື່ອ​ໃຫ້​ພໍ່​​ແມ່​ປະຊາຊົນ​​ໄດ້ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ, ມ່ວນ​ຊື່​ນ, ປະຢັດ; ພິ​ເສດ​ແມ່ນ​ບໍ່​ປະ​ໃຫ້​ຄອບຄົວ​ໃດ​ຖືກ​ອຶດຫິວ, ບໍ່​ມີ​ເງື່ອນ​ໄຂ​ຕ້ອນຮັບ​ບຸນ​ເຕັດ.

ຂ່າວ/ບົດ​ອື່ນ