ເບິ່ງແຍງດູແລບຸນເຕັດໃຫ້ຜູ້ທຸກຍາກ,ຫນູນຊ່ວຍກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ

ເບິ່ງແຍງດູແລບຸນເຕັດໃຫ້ຜູ້ທຸກຍາກ,ຫນູນຊ່ວຍກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ - ảnh 1
ພາບ​ປະ​ກອບ:vov
(vovworld)-​ບັນ​ດ​າ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ພວມ​ຜັນ​ຂະ​ຫຍາຍ​ການ​ເຄື່ອ​ນ​ໄຫວ​ຫລາຍ​ຢ່າງ​ຫນູນ​ຊ່ວ​ຍ​ຜູ້​ທຸກ​ຍາກ, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລ້ວນ​ແຕ່​ໄດ້​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ​່ນ. ແຂວງ ລາຍ​ເຈົາ ໄດ້​ມອບ​ຂອງ​ຂ​ວັນ​ບຸນ​ເຕັດ​ເກືອບ 35.000 ພູດ ລວມ​ມູນ​ຄ່າ​ເກືອບ 14,5 ຕື້​ດົ່ງ ໃຫ້​ແກ່​ຄອບ​ຄົວ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ຄອບ​ຄົວ​ທຸກ​ຍາກ, ເປົ້າ​ໝາຍ​ອຸ​ປະ​ກະ​ລະ​ສັງ​ຄົມ, ເດັກ​ນ້ອຍ, ນັກ​ຮຽນ​ທຸກ​ຍາກ. ທ່ານ​ນາງ ຫລໍ່​ທິ​ເຟື້ອງ, ຮອງ​ຫົວ​ຫນ້າ​ພະ​ແນກ​ແຮງງ​ານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແຂວງ ລາຍ​ເຈົາໃຫ້​ຮູ້​ວ່າ:

        “ຍາ​ມ​ໃດ​ແຂວງ ລາຍ​ເຈົາ ກໍ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພິ​ເສດ ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ເປົ້າ​ໝາຍ​ນະ​ໂຍ​ບາຍ​ໃນ​ໂອ​ກາດ​ບຸນ​ເຕັດ. ໄລ່​ມາ​ຮອດ​ຈຸດ​ເວ​ລານີ້, ຂອງ​ຂວັນ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ສົ່ງ​ເຖິງ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອ​ຸ່ນກວ່າ.”

         ນະ​ຄອນ ດາ​ຫນັງ ມອບ​ຂອງ​ຂວັນ 3.000 ພູດ ແລະ ເຂົ້າ​ສານ 200 ໂ​ຕ່ນ ໃຫ້​ແກ່​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ ແລະ ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ຢູ່​ບໍ​ລິ​ເວນ​ນະ​ຄອນ.

ສ່ວ​ນ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ຕອ​ນ​ເຊົ້າ​ວັນ​ທີ 13/2,  ທາງ​ນະ​ຄອນ​ໄດ້​ຈັດ​ຕັ້ງ​ ລົດ​ໂອ​ໂຕ 26 ຄັນ​ເພື່ອ ສົ່ງ​ກຳ​ມະ​ກອນ​ກັບ​ຄືນ​ບ້ານ​ເພື່ອ​ຕ້ອນ​ຮັບ​ປີ​ໃຫມ່ ໂດຍບໍ່​ເສຍ​ຄ່າ.

ຂ່າວ/ບົດ​ອື່ນ