ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ສະແດງໃຫ້ເຫັນມູນເຊື້ອອັນດີງາມ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ” ຂອງຊາດຫວຽດນາມ

(VOVWORLD) -ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ
ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ສະແດງໃຫ້ເຫັນມູນເຊື້ອອັນດີງາມ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ” ຂອງຊາດຫວຽດນາມ - ảnh 1ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ (ພາບ:TTXVN) 

ຕອນບ່າຍວັນທີ 12 ມິຖຸນາ, ທີ່ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ເທື່ອທຽນ - ເຫວ້ ຂອງຫວຽດນາມ ເນື່ອງໃນໂອກາດ ຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  ເນັ້ນໜັກວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍຈົດຈໍາຄຸນງາມຄວາມດີ ແລະ ມີນະໂຍບາຍບຸລິມະສິດ ໃຫ້ແກ່ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ; ພ້ອມທັງເນັ້ນໜັກວ່າ  ທັງລະບົບການເມືອງ ຕ້ອງເພີ່ມທະວີສະຕິຄວາມຮັບຮູ້, ມີໜ້າທີ່ຄວາມຮັບຜິດຊອບ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີ, ບັນດາຄອບຄົວເປົ້າໝາຍນະໂຍບາຍ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ແຂວງເທື່ອທຽນ - ເຫວ້ ຈົ່ງເສີມຂະຫຍາຍ, ປະຕິບັດວຽກງານ “ຕອບບຸນແທນຄຸນ” ໃຫ້ເປັນຢ່າງດີ ແລະ ປາດຖະໜາວ່າ ຜູ້ມີຄຸນງາມຄວາມດີພາຍໃນແຂວງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ເປັນແວນແຍງໃຫ້ແກ່ຄົນລຸ້ນໜຸ່ມເຮັດຕາມ, ກ່ອນອື່ນໝົດແມ່ນຂົນຂວາຍຄອບຄົວ ແລະ ສັ່ງສອນລູກຫຼານປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ ໃຫ້ເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ສະເໜີຜູ້ມີຄຸນງາມຄວາມດີໃນຄະນະ, ຕັ້ງໜ້າເຂົ້າຮ່ວມປະກອບຄໍາເຫັນ ເພື່ອສ້າງອໍານາດການປົກຄອງຂັ້ນຮາກຖານ ໃຫ້ໂປງໃສ ແລະ ໝັ້ນຄົງເຂັ້ມແຂງ.


ຕອບກັບ

ຂ່າວ/ບົດ​ອື່ນ