ເບັ໋ນແຈ ປະຕິບັດ ວຽກງານຮັບປະກັນ ຊີວີດສັງຄົມເປັນຢ່າງດີ

ເບັ໋ນແຈ ປະຕິບັດ ວຽກງານຮັບປະກັນ ຊີວີດສັງຄົມເປັນຢ່າງດີ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 01/12, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ຂອງ​ສະມາ​ຄົມ​ຊ່ວຍ​ເຫຼືອ​ຄົນ​ເຈ​ັບທີ່ທຸກ​ຍາກ, ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ແຂວງ ​ເບັ໋​ນ​ແຈ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ຍ້ອງຍໍຊົມ​ເຊີຍ​ຄະນະ​ການ​ນຳ​ສະມາຄົມ, ບັນດາ​ສາຂາ​ສະມາຄົມ​ໄດ້​ເຮັດ​ວຽກ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຄົນ​ທຸກ​ຍາກ, ປະກອບສ່ວນ​ພໍ​ສົມຄວນ​​ເຂົ້າໃນ​ການ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ແຂວງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ ​ໃນ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ສະມາ​ຄົມ​ຊ່ວຍ​ເຫຼືອ​ຄົນ​ເຈ​ັບທີ່ທຸກ​ຍາກ, ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ແຂວງ ​ເບັ໋​ນ​ແຈ ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ເປັນ​ຂົວ​ເຊື່ອມ​ຕໍ່​ການ​ເບິ່ງ​ແຍງ​ດູ​ແລໃຫ້ຄົນ​ເຈ​ັບທີ່ທຸກ​ຍາກ, ຄົນ​ພິການ ​ແລະ ​ເດັກ​ກຳພ້າ​, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ​ແຂວງ​ໜຶ່ງ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ