ເບນແຈສູ້ຊົນແມ່ນແຂວງຮັ່ງມີແລະຂະຫຍັນຂັນເຄື່ອນຂອງທົ່ວປະເທດ

(VOVWORLD) -ເບນແຈສູ້ຊົນແມ່ນແຂວງຮັ່ງມີແລະຂະຫຍັນຂັນເຄື່ອນຂອງທົ່ວປະເທດ

ເບນແຈສູ້ຊົນແມ່ນແຂວງຮັ່ງມີແລະຂະຫຍັນຂັນເຄື່ອນຂອງທົ່ວປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຮັດວຽກກັບການນຳແຂວງ ເບນແຈ

ພາບ:TTXVN

ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມສົ່ງເສີມການລົງທຶນແຂວງ ເບນແຈ ປີ 2017 ໄດ້ດຳເນີນໃນວັນທີ 20 ກໍລະກົດ ຢູ່ ເບນແຈ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ຈຸດໝາຍຍຸດທະສາດແຖວຫນ້າຂອງແຂວງ ແມ່ນຕ້ອງດຶງດູດບັນດານັກລົງທຶນໃຫຍ່, ມີເຕັກໂນໂລຊີ, ການເງິນ, ລະດັບການຄຸ້ມຄອງ, ກຳແຫນ້ນກາລະໂອກາດພັດທະນາ. 

ທ່ານນາຍົກລັດຖະມົນຕີ ຖືວ່າ: ແຂວງ ເບນແຈ ຄວນສຸມໃສ່ປະຕິບັດບາງມາດຕະການຍຸດທະສາດ ແລະ ຫນຶ່ງໃນບັນດາມາດຕະການນັ້ນແມ່ນ ຄວນມີບັນດາກົນໄກນະໂຍບາຍໃຫມ່, ເຕັກໂນໂລຊີ ແລະ ຮູບການຮ່ວມສຳພັນໃຫມ່ ເພື່ອໃຫ້ແຂວງ ເບນແຈ ກາຍເປັນສູນກາງເຕົ້າໂຮມຫົວຄິດປະດິດສ້າງ, ຄວາມຮູ້, ບົດຮຽນ ແລະ ມາດຕະການ, ບັນດາຂໍ້ລິເລີ່ມແກ້ໄຂສະພາບການຫຍໍ້ທໍ້ຂອງໄພທຳມະຊາດ. ທີ່ກອງປະຊຸມ ພາຍໃຕ້ການເປັນສັກຂິພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ແຂວງ ເບນແຈ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ຄຳໝັ້ນສັນຍາລົງທຶນ, ມອບຫນັງສືຢັ້ງຢືນການລົງທຶນດ້ວຍຍອດມູນຄ່າປະມານ 45.000 ຕື້ດົງ. 

ຕອບກັບ

ຂ່າວ/ບົດ​ອື່ນ