ເບລາຣຸດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ຶ້ນ ອາຊຽນ

(VOVWORLD) - ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານໃຫ້ເປັນຢ່າງດີ.
ເບລາຣຸດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ຶ້ນ ອາຊຽນ - ảnh 1ທ່ານປະທານປະເທດ  ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko
(ພາບ: TTXVN)

        ຕອນບ່າຍວັນທີ 08 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງ - ການຕ່າງປະເທດລະຫວ່າງ 2 ປະເທດສືບຕໍ່ໄດ້ຮັບການຊຸກຍູ້, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ - ການຄ້າ, ການລົງທຶນ, ສຶກສາ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ… ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານໃຫ້ເປັນຢ່າງດີ. ຜ່ານນັ້ນ, ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານນາຍົກລັດຖະມົນຕີ Roman Golovchenko, ຢຶນຢັນວ່າ, ເບລາຣຸດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືໃຫ້ບຸລິມະສິດໃນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ