ເບ​ລາ​ຣຸດ ຢາກ​ຫຼີກ​ລ້ຽງ​ການ​ສູ້​ຢັນ​​ໃນ​ວິ​ກິດ​ການ​ອົບ​ພະ​ຍົບ

(VOVWORLD) -ທ່ານປະທານາທິບໍດີ Lukashenko ໄດ້ສະແດງຄວາມປາດຖະໜາຢາກຫຼີກລ້ຽງການ “ສູ້ຢັນກັນ” ທີ່ກ່ຽວຂ້ອງເຖິງວິກິດການອົບພະຍົບ. ທ່ານຊີ້ແຈ້ງວ່າ ໃນປັດຈຸບັນ ເປົ້າໝາຍຫຼັກແມ່ນ “ປົກປັກຮັກສາປະເທດຊາດ ແລະ ປົກປ້ອງປະຊາຊົນ”, ກໍຄື “ບໍ່ປະໃຫ້ເກີດການປະທະກັນ”.
ເບ​ລາ​ຣຸດ ຢາກ​ຫຼີກ​ລ້ຽງ​ການ​ສູ້​ຢັນ​​ໃນ​ວິ​ກິດ​ການ​ອົບ​ພະ​ຍົບ - ảnh 1ຊາວອົບພະຍົບເຕົ້າໂຮມກັນຢູ່ ເບລາຣຸດ (ພາບ: PAP/TTXVN)

ວັນທີ 16 ພະຈິກ, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ແຈ້ງໃຫ້ຊາບວ່າ ຈະດຳເນີນການເຈລະຈາທາງໂທລະສັບຄັ້ງທີ 2 ກັບທ່ານນາງ Angela Merkel ນາຍົກລັດຖະມົນຕີຊົ່ວຄາວຂອງ ເຢຍລະມັນ, ໃນສະພາບອຳນາດການປົກຄອງ Minsk ພວມມານະພະຍາຍາມຢຸດຕິິວິກິດການອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ບາງປະເທດສະມາຊິກ ອີຢູ.

        ນອກຈາກນັ້ນ, ທ່ານປະທານາທິບໍດີ Lukashenko ໄດ້ສະແດງຄວາມປາດຖະໜາຢາກຫຼີກລ້ຽງການ “ສູ້ຢັນກັນ” ທີ່ກ່ຽວຂ້ອງເຖິງວິກິດການອົບພະຍົບ. ທ່ານຊີ້ແຈ້ງວ່າ ໃນປັດຈຸບັນ ເປົ້າໝາຍຫຼັກແມ່ນ “ປົກປັກຮັກສາປະເທດຊາດ ແລະ ປົກປ້ອງປະຊາຊົນ”, ກໍຄື “ບໍ່ປະໃຫ້ເກີດການປະທະກັນ”.

        ໃນວັນດຽວກັນ, ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ກະຊວງປ້ອງກັນປະເທດ ໂປໂລຍ ໃຫ້ຮູ້ວ່າ ຊາວອົບພະຍົບຢູ່ເຂດຊາຍແດນ ເບລາຣຸດ ໄດ້ໂຈມຕີພົນທະຫານຂອງປະເທດນີ້ດ້ວຍຫີນ, ດິນຈີ່ ແລະ ຫາວິທີທຳລາຍຮົ້ວເພື່ອຂ້າມຊາຍແດນເຂົ້າໄປ ໂປໂລຍ, ບັງຄັບກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ຕ້ອງສີດນ້ຳໃສ່ເພື່ອປາບປາມ.


ຕອບກັບ

ຂ່າວ/ບົດ​ອື່ນ