ເບ​ລາ​ຣຸດ ເນ​ລະ​ເທດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ

(VOVWORLD) -ວັນທີ 17 ຕຸລາ, ສະຖານທູດ ຝລັ່ງ ປະຈຳ ເບລາຣຸດ ແຈ້ງໃຫ້ຊາບວ່າ ເອກອັກຄະລັດຖະທູດຂອງປະເທດນີ້ ໄດ້ເດີນທາງອອກຈາກ ເບລາຣຸດ ພາຍຫຼັງທີ່ເຈົ້າໜ້າທີ່ Minsk ຮຽກຮ້ອງໃຫ້ທ່ານຕ້ອງອອກຈາກປະເທດນີ້ກ່ອນວັນທີ 18 ຕຸລາ.
ເບ​ລາ​ຣຸດ ເນ​ລະ​ເທດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ - ảnh 1 ທ່ານເອກອັກຄະລັດຖະທູດ Nicolas de Lacoste (ພາບ: globeecho.com)  

ທ່ານນາງໂຄສົກສະຖານທູດ ຝລັ່ງ ປະຈຳ Minsk ຢັ້ງຢືນວ່າ ກະຊວງການຕ່າງປະເທດ ເບລາຣຸດ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວສຳລັບທ່ານເອກອັກຄະລັດຖະທູດ Nicolas de Lacoste ແຕ່ບໍ່ເຜີຍໃຫ້ຮູ້ເຫດຜົນທີ່ພາໄປເຖິງການຕັດສິນໃຈດັ່ງກ່າວ.

ຕາມສື່ມວນຊົນ ເບລາຣຸດ ແລ້ວ, ທ່ານເອກອັກຄະລັດຖະທູດ Nicolas de Lacoste ຖືກເນລະເທດ ຍ້ອນຍັງບໍ່ທັນຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko. ຕາມສະຖານທູດ ຝລັ່ງແລ້ວ, ທ່ານ Nicolas de Lacoste ພຽງແຕ່ຍື່ນສານຕາຕັ້ງເຖິງ ທ່ານລັດຖະມົນຕີການຕ່າງປະເທດ ເບລາຣຸດ Vladimir Makei ເທົ່ານັ້ນ. ຝລັ່ງ ແລະ ຫຼາຍປະເທດສະມາຊິກອື່ນຂອງ ສະຫະພາບເອີຣົບ ບໍ່ຍອມຮັບໄຊຊະນະຂອງທ່ານ Alexander Lukashenko ໃນການເລືອກຕັ້ງປະທານາທິບໍດີຢູ່ ເບລາຣຸດ ໃນເດືອນ ສິງຫາ 2020. ໃນຂະນະນັ້ນ, ທ່ານ Alexander Lukashenko ກ່າວຫາລັດຖະບານປະເທດຕ່າງໆຂອງ ຝ່າຍຕາເວັນຕົກວ່າ ຊອກຫາວິທີຍຸແຍ່ການໃຊ້ຄວາມຮຸນແຮງ ເພື່ອໂຄ່ນລົ້ມລັດຖະບານ ເບລາຣຸດ. ຫວ່າງມໍ່ໆມານີ້, ເບລາຣຸດກໍຕັດສາຍພົວພັນກັບຫຼາຍປະເທດຝ່າຍຕາເວັນຕົກ.


ຕອບກັບ

ຂ່າວ/ບົດ​ອື່ນ