ເບ​ລາ​ຣຸດ ເພີ່​ມ​ທະ​ວີ​ກຳ​ລັງ​ໄປ​ຍັງ​ເຂດ​ຊາຍ​ແດນ ຕິດ​ກັບ ຢູ​ແກຼນ

(VOVWORLD) - ກອງທັບ ຢູແກຼນ ປະຈຸບັນ ພວມຄວບຄຸມ 28 ເຂດຊຸມຊົນຂອງແຂວງນີ້ ແລະ ກໍ່ໃຫ້ສາມັນຊົນຫລາຍຄົນເສຍຊີວິດ ແລະຮັບບາດເຈັບ, ໃນນັ້ນ ມີເດັກນ້ອຍ.
ເບ​ລາ​ຣຸດ ເພີ່​ມ​ທະ​ວີ​ກຳ​ລັງ​ໄປ​ຍັງ​ເຂດ​ຊາຍ​ແດນ ຕິດ​ກັບ ຢູ​ແກຼນ - ảnh 1ນາຍທະຫານ ເບລາຣຸດ ເຂົ້າຮ່ວມພິທີເດີນສວນສະໜາມຢູ່ນະຄອນຫຼວງ Minsk (ພາບ:  AFP/TTXVN)

ວັນທີ 12 ສິງຫາ, ກະຊວງປ້ອງກັນປະເທດ ບາລາຣຸດ ປະກາດວ່າ ໄດ້ກະກຽມຈັດສົ່ງບັນດາຫົວຫນ່ວຍຂຶ້ນກັບກອງພົນນ້ອຍພາຫະນະກົນຈັກໄປຍັງບັນດາເຂດທີ່ໄດ້ກຳນົດ. ໃນວັນດຽວກັນ ທີ່ການປະຊຸມກັບ ປະທານາທິບໍດີ ລັດເຊຍ, Vladimir Putin, ທ່ານ Alexei Smirnov ຜູ້ຮັກສາການເຈົ້າແຂວງໆ Kursk ໃຫ້ຮູ້ວ່າ: ກອງທັບ ຢູແກຼນ ປະຈຸບັນ ພວມຄວບຄຸມ 28 ເຂດຊຸມຊົນຂອງແຂວງນີ້ ແລະ ກໍ່ໃຫ້ສາມັນຊົນຫລາຍຄົນເສຍຊີວິດ ແລະຮັບບາດເຈັບ, ໃນນັ້ນ ມີເດັກນ້ອຍ.

ກ່າວຄຳເຫັນທີ່ກອງປະຊຸມການຮົບທາງໄກກ່ຽວກັບສະພາບການຢູ່ບັນດາເຂດຊາຍແດນຈັດຂຶ້ນໃນວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ໄດ້ຊີ້ນຳ ການກະກຽມຮັບມືກັບບັນດາການບຸກໂຈມຕີຄັ້ງໃຫມ່ຂອງ ຢູແກຼນ ທີ່ອາດຈະເກີດຂຶ້ນຢູ່ ເຂດຊາຍແດນ ນັບທັງແຂວງ Bryansk.

ການນຳ ລັດເຊຍກໍ່ກ່າວເຕືອນຈະ “ໂຕ້ຕອບໃຫ້ສົມຄູ່”ຕໍ່ກັບການບຸກໂຈມຕີຂອງ ຢູແກຼນເຂົ້າເຂດຊາຍແດນ ລັດເຊຍ ພ້ອມທັງຖະແຫລງວ່າ ຈະບໍ່ມີການເຈລະຈາພາຍຫລັງບັນດາການກະທຳໃຫມ່ຂອງ ກີແອັບ.

ຢູແກຼນ ໄດ້ຜັນຂະຫຍາຍບັ້ນບຸກໂຈມຕີດ້ວຍຂອບຂະຫນາດໃຫຍ່ ເພື່ອເລັ່ງໃສ່ເຂດ Kursk, ທາງທິດຕາເວັນຕົກຂອງ ລັດເຊຍ ແຕ່ວັນທີ 6 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ