ເບລາຣຸດ ແລະ ຈີນ ຍູ້ແຮງການສົມທົບຍຸດທະສາດພັດທະນາ

ເບລາຣຸດ ແລະ ຈີນ ຍູ້ແຮງການສົມທົບຍຸດທະສາດພັດທະນາ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສືຈິນຜິ​ງ ​ແລະ
ທ່ານ​ປະທານາທິບໍດີ​ເບ​ລາຣຸດ Alexander Lukasenko
(ພາບ: AP)

​(vovworld) – ທ່ານ​ປະທານ​ປະ​ເທດ​ຈີນ ສືຈິນຜິ​ງ ​ແລະ ທ່ານ​ປະທານາທິບໍດີ​ເບ​ລາຣຸດ Alexander Lukasenko ​ໃຫ້​ຄຳ​ໝັ້ນ​ສັນຍາ​ສົນ​ທົບ​ຍຸດ​ທະ​ສາດ​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ​ໃນ​ການ​ຢ້ຽມຢາມ​ເບ​ລາຣຸ​ດ ​ເປັນ​ເວລາ 3 ວັນ, ​ແຕ່​ວັນ​ທີ 10/05 ຂອງ​ການ​ນຳ​ຈີນ, ການ​ນຳ 2 ທ່ານ​ໄດ້​ມີ​ການ​ເຈລະຈາ ​ແລະ ລົງ​ນາມ​​ໃນເອກະສານ 20 ສະບັບ ​ໃນ​ນັ້ນ​ມີ​ຂໍ້ຕົກລົງ​ກ່ຽວ​ກັບ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ຂໍ້​ຕົກລົງ​ໜູນ​ຊ່ວຍ​ດ້ານ​ເສດຖະກິດ, ​ເຕັກນິກ.

ຂ່າວ/ບົດ​ອື່ນ