ເບລາຣຸດຍາມໃດກໍ່ເອົາໃຈໃສ່ເຖິງການພົວພັນຮ່ວມມືກັບຫວຽດນາມ

ເບລາຣຸດຍາມໃດກໍ່ເອົາໃຈໃສ່ເຖິງການພົວພັນຮ່ວມມືກັບຫວຽດນາມ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ແລະ ທ່ານ ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕຳ່ ​ເບ​ລາຣຸດ Vitaly Busko
(ພາບ: Phương Hoa/ TTXVN)

(vovworld) - ທີ່​ການ​ຕ້ອນຮັບທ່ານ Vitaly Busko, ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕຳ່ ​ເບ​ລາຣຸດ, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງຊາດມິດຕະພາບ ​ເບ​ລາຣຸດ - ຫວຽດນາມ, ​ເປັນ​ຫົວໜ້າ​ຄະ​ນະ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຮີ່ງງອກ​ເຊີນ, ຢັ້ງຢືນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່ຖື​​ເປັນ​ສຳຄັນການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ເບ​ລາຣຸດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ສະ​ເໜີ​ໃຫ້ 2 ຝ່າຍ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ​, ​ເອົາ​ໃຈ​ໃສ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳມາ​ທິການສະ​ເພາະ​ກິດ.​.​.​ ທ່ານ Vitaly Busko ຢືນຢັນ​ວ່າ: ​ເບ​ລາຣຸດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳມາ​ທິການສະ​ເພາະ​ກິດ, ​ພົວພັນແລ​ກປ່ຽນ, ​ແບ່ງປັນ​ລະຫວ່າງ​ບັນດາ​ກຸ່ມ ສສຊ ມິດຕະພາບ​ປະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົ​ວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ເບ​ລາຣຸດ - ຫວຽດນາມ.

    ສະ​ແດງ​ຄວາ​ມ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ Vitaly Busko ​ເນັ້ນ​ໜັກ​ວ່າ: ​ເບ​ລາຣຸດ ຍາມ​ໃດ​ກໍ່​ສະໜັບສະໜູນ​ທັດສະນະ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ.




ຂ່າວ/ບົດ​ອື່ນ