ເປີດ Festival ທະເລ ຍາຈາງ - ແຄ໋ງຮ່ວາ 2017

(VOVWORLD) - ຕອນຄຳ່ວັນທີ 11/6, ຢູ່ສະໜາມຫຼວງ 2-4, ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ດຳເນີນພິທີ ເປີດ Festival ທະເລ ຍາຈາງ - ແຄ໋ງຮ່ວາ 2017, ດ້ວຍຫົວຂໍ້ວ່າ “ເປີດກວ້າງອ້ອມແຂນໝູ່ເພື່ອນ“, ເຊິ່ງດຳເນີນແຕ່ນີ້ເຖິງວັນທີ 13/6. 
ເປີດ Festival ທະເລ ຍາຈາງ - ແຄ໋ງຮ່ວາ 2017 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີໄຂ

ເປີດ Festival ທະເລ ຍາຈາງ 2017 ມີການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ, ກອງປະຊຸມສຳມະນາ, ງານວາງສະແດງ, ການເຄື່ອນໄຫວປະຊາຄົມ… ກ່າວຄວາມເຫັນທີ່ພິທີເປີດ Festival ທະເລ ຍາຈາງ 2017. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ເນັ້ນໜັກວ່າ:

        “ພວກເຮົາພ້ອມກັນເຊື່ອມຕໍ່ອ້ອມແຂນ, ເພີ່ມຄວາມອົບອູ່ນ, ກຳລັງ, ປັນຍາໃຫ້ກັນ. ທຸກຄົນຜູ້ລະວຽກຢ່າງລະອຽດເພື່ອໃຫ້ ຍາຈາງ, ແຄ໋ງຮ່ວາ ແລະ ຫວຽດນາມນັບມື້ນັບສວຍງາມກວ່າ, ດຶງດູດກວ່າ, ປອດໄພກວ່າ, ແລະ ສະໜິດສະໜົມກວ່າ. ເພື່ອໃຫ້ນັກທ່ອງທ່ຽວ ແລະ ເພື່ອນມິດຍາມໃດກໍ່ຮູ້ສຶກໄດ້ອາລົມຈິດອັນດີງາມກ່ຽວກັບບ້ານເກີດເມືອງນອນ ແລະ ປະເທດຊາດຂອງພວກເຮົາ. ຈົ່ງສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ມີຄວາມສະດວກ, ເພື່ອນຳຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງປາຍແຫຼມ, ປະກອບສ່ວນເຮັດໃຫ້ປະເທດຊາດພັດທະນາຢ່າງໄວກວ່າ ແລະ ໝັ້ນຄົງກວ່າ“.

        ກ່ອນໜ້ານັ້ນ, ວັນທີ 8/6, ຢູ່ນະຄອນ ຍາຈາງໄດ້ຈັດການເຄື່ອນໄຫວວັດທະນະທຳ, ກິລາ ລາຍການສະແດງສິລະປະພື້ນເມືອງ; ງານບຸນກາເຟ ເມຈາງ, ງານບຸນອາຫານການກິນ Festival ທະເລ; ງານວາງສະແດງສິລະປະ “ບ້ານເກີດເມືອງນອນ, ມະນຸດເຂດແຄມທະເລຢູ່ທິດໃຕ້ພາກກາງ ແລະ ເຂດໄຕງວຽນ“.

ຕອບກັບ

ຂ່າວ/ບົດ​ອື່ນ