ເປີດກ້ວາງ ກາລະໂອກາດແລກປ່ຽນຄ້າຂາຍລະຫວ່າງເຂດທົ່ງພຽງແມ່ນ້ຳຂອງ ແລະ ກຳປູເຈຍ

ເປີດກ້ວາງ ກາລະໂອກາດແລກປ່ຽນຄ້າຂາຍລະຫວ່າງເຂດທົ່ງພຽງແມ່ນ້ຳຂອງ ແລະ ກຳປູເຈຍ - ảnh 1
ຮ້ານຂາຍສາດຢູ່ງານຕະຫຼາດນັດ
(ພາບ: mekongfair.com)

(vovworld) - ງານ​ຕະຫຼາດນັດ​ການ​ຄ້າ - ທ່ອງທ່ຽວ ​ແລະ ການລົງທຶນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ປີ 2012 ​ໄດ້​ສິ້ນສຸດ​ລົງ​ເມື​່ອຕອນ​ຄ່ຳ​ວັນ​ທີ 14/5 ຢູ່​ເຂດ​ອຸດສາຫະກຳ ຊວນ​ໂຕ, ດ່ານ​ຊາຍ​ແດນ​ສາກົນ ຕິ້ງ​ບຽນ, ​ເມືອງ ຕິ້ງ​ບຽນ, ​ແຂວງ ອານ​ຢາງ, ພາ​ຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 6 ວັນ. ງານ​ຕະຫຼາດ​ນັດ​ໄດ້​ດຶງ​ດູດ​ແຂກ​ພາຍ​ໃນ ​ແລະ ນອກ​ແຂວງ ​ເຂົ້າ​ຮ່ວມ​ກ່ວາ 160.000 ​ເທື່ອ​ຄົນ ​ແລະ ​ແຂກ​ກຳປູ​ເຈຍ ມາ​ຢ້ຽມຢາມ ​ແລ​ະ ຊື້​ເຄື່ອງ​ຂອງ​ກ່ວາ 17.000 ​ເທື່ອ​ຄົນ, ຍອດ​ຈຳນວນ​ສິນ​ຄ້າ​ຂາຍໄດ້​ລວມມີ​ມູນ​ຄ່າ​ກ່ວາ 18 ຕື້ດົ່ງ. ທີ່​ງານ​ຕະຫຼາດນັດ, ບັນດາ​ວິ​ສາ​ຫະກິດ​ຍັງ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳຫຼາຍ​ສະບັບ, ​ເປີດຮ້ານຕົວ​ແທນ​ຈຳໜ່າຍ, ​ແລກປ່ຽນ​ຄ້າຂາຍຄື​ຮາກ​ຖານ​ຜະລິດ​ໝາກ​ມັງກອນ (​ແຂວງ​ຕຽນ​ຢາງ) ​ເຊື່​ອມຕໍ່ລົງທຶນ​​ເຂົ້າເຂດ​ປູກມັງກອນ​ໃໝ່​ຢູ່​ແຂ​ວງ Takeo (ລາຊະ​ອານາ​ຈັກ ກຳປູ​ເຈຍ), ບໍລິສັດ Duong ​Chive sepical economic zone ​ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະກິດ ອານ​ຢາງ, ​ແນະນຳ​ໂຄງການ​ຢູ່​ເຂດ​ດ່ານ​ຊາຍ​ແດນ PnomPenh. ງານ​ຕະຫຼາດນັດ​ການ​ຄ້າ - ທ່ອງ​ທ່ຽວ ​ແລະ ການ​ລົງທຶນ​ເຂດ​ທົ່ງພຽງ​ແມ​່ນ້ຳຂອງ 2012 ​ແມ່ນ ​ເປີດ​ສາກ​ໃຫ້​ແກ່​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ເຂ​ດຊາຍ​ແດນ ​ແລະ ​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ຈຸດ​ສຸມ​ໃນ​ປີ 2012 ​​ຂອງ​ແຂວງ ອານ​ຢາງ, ດ້ວຍ 3 ປັດ​ໄຈ​ສົ່ງ​ເສີມ​ພາຍ​ໃນ​ປະ​ເທດ, ສົ່ງ​ອອກ ​ແລະ ການ​ຄ້າ​ເຂດ​ຊາຍ​ແດນ, ສ້າງ​ກາລະ​ໂອກາດ​ພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໃນ​ແຂວງ, ​ເຂດ​ທ່ົງພຽງ​ແມ່​ນ້ຳຂອງ ​ແລະ ​ທິດຕາ​ເວັນ​ອອກພາກ​ໃຕ້ ກັບ​ບັນດາ​ວິ​ສາ​ຫະກິດ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ