ເປີດກວ້າງການຮ່ວມມືກັບກົມສື່ສານກະຊວງປ້ອງກັນປະເທດ Mozambique

ເປີດກວ້າງການຮ່ວມມືກັບກົມສື່ສານກະຊວງປ້ອງກັນປະເທດ Mozambique - ảnh 1
ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ​ Viettel
ລົງທຶນຢູ່ Mozambique
(ພາບ:vnexpress.net)


(vovworld) -     ຕອນ​ບ່າຍ​ວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ, ພົນ​ຈັດ​ຕະວາ ຟານ​ວັນ​ຢາງ, ຮອງ​ຫົວໜ້າ​ກົມ​​ເສນາ​ທິການ​ໃຫຍ່​ກອງທັບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບນາຍ​ພົນ Antino Philip Ande, ຫົວໜ້າກົມ​​ກົມ​ສື່ສານ, ກະຊວງ​ປ້ອງ​ກັນ​ປະ​ເທດ Mozambique ທີ່​ພວມຢູ່​ຢ້ຽມຢາມ​ຫວຽດນາມ. ນາຍ​ພົນ Antino Philip Ande​ໄດ້​ຕີ​ລາຄາ​ສູງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ​ Viettel ທີ່​ໄດ້​ສຳ​ພັດ​ກັບ​ຕະຫຼາດ, ຍາດ​ໄດ້​ອັດຕະສ່ວນ​ຕະຫຼາດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະ​ສິດທິ​ຜົນ​ຢູ່ Mozambique ໂດຍ​ໄວ. ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດໂທລະ​ຄົມ​ກອງທັບ​ Viettel ກັບ​ກົມສື່ສານ, ກະຊວງ​ປ້ອງ​ກັນ​ປະ​ເທດ Mozambique ​ແມ່ນ​ປັດ​ໃຈ​ເພື່ອ​ໃຫ້​ກອງທັບ​ຫວຽດນາມ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ກອງທັບ Mozambique ​ໃນ​ຫຼາຍ​ຂົງ​ເຂດ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ