ເປ​ີດກວ້າງ​​ການ​ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຫາກໍເຊັນຂໍ້ຕົກລົງເມື່ອວັນທີ 6 ພະຈິກ 2021 ວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງສະບັບອອກວັນທີ 07 ກໍລະກົດ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍຂໍ້ກຳນົດກ່ຽວກັບການປະຕິບັດບາງນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງງານ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ເປ​ີດກວ້າງ​​ການ​ໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: VGP)

ຕາມນັ້ນແລ້ວ, ຂໍ້ຕົກລົງສະບັບໃໝ່ນີ້ ໄດ້ປັບປຸງ, ເພີ່ມເຕີມບາງເນື້ອໃນດັ່ງນີ້: ເງື່ອນໄຂໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ ໂຈະການເສຍເງິນຊົ່ວຄາວໃຫ້ກອງທຶນພັກກິນເບ້ຍບຳນານ, ກອງທຶນເສຍຊີວິດ; ລະບຽບການສະເໜີໜູນຊ່ວຍຜູ້ນຳໃຊ້ແຮງງານໃນການກໍ່ສ້າງ, ບຳລຸງ, ຍົກສູງລະດັບທັກສະອາຊີບເພື່ອຮັກສາວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານ, ຂໍ້ກຳນົດກ່ຽວກັບເປົ້າໝາຍ, ເງື່ອນໄຂໜູນຊ່ວຍຊາວຜູ້ອອກແຮງງານໂຈະການປະຕິບັດສັນຍາແຮງງານ, ພັກວຽກໂດຍບໍ່ໄດ້ຮັບເງິນເດືອນຊົ່ວຄາວ.

        ຂໍ້ຕົກລົງສະບັບໃໝ່ ກໍໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບການໜູນຊ່ວຍຜູ້ມີອາຍຸສູງ ແລະ ຄົນພິການ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ