ເປີດກວ້າງ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ຍູ້​ແຮງ​ການທູດ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂວງ KwaZulu-Natal (ອາ​ຟ​ຼິກ​ກາ​ໃຕ້)

(VOVWORLD) -ຄະນະໄດ້ມີການເຮັດວຽກກັບອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ (TIKZN),ຄະນະບໍລິຫານງານທ່າກຳປັ່ນສົ່ງອອກຖ່ານ Richards Bay ແລະ ກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet. 
ເປີດກວ້າງ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ຍູ້​ແຮງ​ການທູດ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂວງ KwaZulu-Natal (ອາ​ຟ​ຼິກ​ກາ​ໃຕ້) - ảnh 1 ທ່ານຮ່ວາງວັນເລິຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟຼິກກາໃຕ້  ເຮັດວຽກກັບອົງການອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ KwaZulu-Natal (ພາບ: TTXVN)

ໃນລະຫວ່າງວັນທີ 16 ຫາ ວັນທີ 20 ມີນາ, ທ່ານຮ່ວາງວັນເລິຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟຼິກກາໃຕ້ ໄດ້ນຳໜ້າຄະນະປະຕິບັດງານຂອງສະຖານທູດ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ KwaZulu-Natal, ອາຟຼິກກາໃຕ້. ນະທີ່ນີ້, ຄະນະໄດ້ມີການເຮັດວຽກກັບອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ (TIKZN),ຄະນະບໍລິຫານງານທ່າກຳປັ່ນສົ່ງອອກຖ່ານ Richards Bay ແລະ ກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet. 

ທີ່ການເຮັດວຽກກັບທ່ານ Neville Matjie, ຜູ້ອຳນວຍການຝ່າຍບໍລິຫານອົງການສົ່ງເສີມການຄ້າ ແລະ ການລົງທຶນແຂວງ, ທ່ານເອກອັກຄະລັດຖະທູດ ຮ່ວາງວັນເລິຍ ໃຫ້ຮູ້ວ່າ: ສະຖານທູດ ຈະຕັ້ງໜ້າໜູນຊ່ວຍ ແລະ ຮ່ວມມືກັບອາຟຼິກກາໃຕ້ ໃນການແລກປ່ຽນ, ເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທຸກຂັ້ນ, ລັດຖະບານ, ທ້ອງຖິ່ນ ແລະ ວິສາຫະກິດສອງຝ່າຍເພື່ອເປີດກາລະໂອກາດຮ່ວມມືໃໝ່. ຜູ້ຕາງໜ້າແຂວງ KwaZulu-Natal ກໍ່ສະແດງຄວາມສົນໃຈ ແລະ ປາດຖະໜາຢາກຮ່ຳຮຽນເອົາບົດຮຽນປະສົບການຂອງ ຫວຽດນາມ ໃນບາງຂະແໜງ, ຂົງເຂດຄື: ການທ່ອງທ່ຽວ, ຕ່ຳແຜ່ນຕັດຫຍິບ, ພະລັງງານຜະລິດຄືນໃໝ່. ທາງແຂວງ KwaZulu-Natal ກໍ່ຮຽກຮ້ອງໃຫ້ ຫວຽດນາມ ມາລົງທຶນຢູ່ແຂວງ ໃນຂົງເຂດໄຟຟ້າແຮງລົງ, ໄຟຟ້າແສງຕາເວັນ.

ຕອບກັບ

ຂ່າວ/ບົດ​ອື່ນ