ເປີດກ້ວາງບັນດາໂຄງການ ຮັກສາລາຄາສິນຄ້າ ເປັນປົກກະຕິ

ເປີດກ້ວາງບັນດາໂຄງການ ຮັກສາລາຄາສິນຄ້າ ເປັນປົກກະຕິ - ảnh 1

ໂຄງການ​ຮັກ​ສາລາ​ຄາ​ສິນຄ້າ​ເປັນ​ປົກກະຕິ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ

(ພາບ:vtv.vn)

( vovworld ) – ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ທ່າ​ນຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ເພື່ອ​ແນ​ໃສ່​ສະຫລຸບ, ຕີ​ລາຄາໂຄງການ​ຮັກ​ສາລາ​ຄາ​ສິນຄ້າ​ເປັນ​ປົກກະຕິຂອງ​ລັດຖະບານ ກັບ​​ກະຊວງ, ຂະ​ແໜງ​ການ​ຈຳນວນ​ໜື່ງ ​ແລະ 36 ​ແຂວງ ​ນະຄອນ​ໃນ​ທົ່ວ​ປະ​ເທດ. ທ່າ​ນຮອງນາຍົກລັດຖະມົນຕີຢືນຢັນ​ວ່າ ລັດຖະບານ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ດ້ານ​​ແຜນ​ນະ​ໂຍບາຍ, ກົນ​ໄກ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເປີດ​ກ້ວາງ ໂຄງການ​ຮັກ​ສາລາ​ຄາ​ສິນຄ້າ​ເປັນ​ປົກກະຕິກ່ວາ​ອີກ, ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ສ້າງ​ກົນ​ໄກ​ຮັບປະກັນ​ຄຸນ​ນະພາ​ບສິນຄ້າ, ຄຸ້ມ​ຄອງ​ການແຈກ​ຢາຍ​ສິນຄ້າ. ບົນ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ທ້ອງ​ຖິ່ນ​ຕ່າງໆ​ຈະ​ໃຫ້​ບຸລິມະສິດ​ໜູນ​ຊ່ວຍ​ການ​ພັດທະນາ​ລະບົບ​ຂາຍຍ່ອຍ, ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າມີ​ລາຄາ​ເປັນ​ປົກກະຕິ, ຕິດ​ພັນ​ກັບ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃນ​ການ​ບໍລິຫານ​ຄຸ້ມ​ຄອງ​ຕະຫຼາດ, ປະຕິບັດ​ວຽກ​ງານຖະ​ແຫຼ​ງຂ່າວ, ​ໂຄສະນາ ​ແລະ ມີ​ນະ​ໂຍບາຍ​ໄປ​ພ້ອມ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ວິວັດ​ການ​ຫັນ​ເປັນ​ວຽກ​ງານ​ຂອງ​ສັງຄົມ​ກ່ວາ​ອີກ, ລະດົມ​​ແຫຼ່ງ​ກຳລັງ​ສັງຄົມ​ເຂົ້າຮ່ວມໂຄງການ​ຮັກ​ສາລາ​ຄາ​ສິນຄ້າ​ເປັນ​ປົກກະຕິ.

   ຕາມ​ການ​ລາຍ​ງານ​ຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ມີ 36 ​ແຂວງ​ນະຄອນ​ໄດ້​ປະຕິ​ດບັດໂຄງການ​ຮັກ​ສາລາ​ຄາ​ສິນຄ້າ​ເປັນ​ປົກກະຕິ ດ້ວຍ​ຈຳນວນ​ທຶນ​ກູ້​ຢືມ​ປະມານ 1650 ຕື້​ດົ່ງ. ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າ​ທີ່​ມີ​ລາຄາເປັນປົກກະຕິ​ກໍ່​ໄດ້​ເພີ່​ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ຕາມ​ທິດ​ຍ້າຍ​ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າ​ຍ່ອຍລົງ​ເຂດ​ຊົນນະບົດ.

 

ຂ່າວ/ບົດ​ອື່ນ