ເປີດກອງປະຊຸມຄົບຄະນະຄັ້ງທີ 7 ກຳມາທິການກ່ຽວກັບບັນດາບັນຫາສັງຄົມສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ກຳມາທິການກ່ຽວກັບບັນຫາສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 7.

ເປີດກອງປະຊຸມຄົບຄະນະຄັ້ງທີ 7 ກຳມາທິການກ່ຽວກັບບັນດາບັນຫາສັງຄົມສະພາແຫ່ງຊາດ - ảnh 1 ກອງປະຊຸມຄົບຄະນະຄັ້ງທີ 7 ກຳມາທິການກ່ຽວກັບບັນດາບັນຫາສັງຄົມສະພາແຫ່ງຊາດ

(ພາບ: laodong.vn)

ທີ່ກອງປະຊຸມນີ້, ບັນດາສະມາຊິກກຳມະາທິການດຳເນີນການກວດກາບັນດາບົດລາຍງານຂອງລັດຖະບານກ່ຽວກັບການຄຸ້ມຄອງ, ນຳໃຊ້ກອງທຶນປະກັນສຸຂະພາບ ປີ 2016; ໝາກຜົນແຫ່ງການເຄື່ອນໄຫວ ແລະ ຄຸ້ມຄອງ, ນຳໃຊ້ກອງທຶນປ້ອງກັນ ແລະ ຕ້ານຜົນຮ້າຍຂອງຢາສູບ ປີ 2016 – 2017; ບົດລາຍງານກ່ຽວກັບສະພາບການປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດ 2 ປີ ກ່ຽວກັບການຍູ້ແຮງການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະກັນສຸຂະພາບ, ມຸ່ງໄປເຖິງການປະກັນສຸຂະພາບທົ່ວປວງຊົນ; ບົດລາຍງານກ່ຽວກັບການປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໜີພາບລະຫວ່າງຍິງ-ຊາຍ. ກຳມາທິການກ່ຽວກັບບັນດາບັນຫາສັງຄົມກໍ່ຈະຕິດຕາມກວດກາສະພາບການປະກາດໃຊ້ເອກະສານກຳນົດຢ່າງລະອຽດ ແລະ ບົດແນະນຳການປະຕິບັດບັນດາກົດໝາຍ, ລັດຖະບັນຍັດທີ່ຂຶ້ນກັບຂົງເຂດການເຄື່ອນໄຫວຂອງ ກຳມາທິການ ແລະ ຮັບຜິດຊອບການຄຸ້ມຄອງລັດຂອງບັນດາກະຊວງ; ສາທາລະນະສຸກ, ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ… ກອງປະຊຸມຈະດຳເນີນຮອດວັນທີ 30 ກັນຍາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ