ເປິດກອງປະຊຸມຄະນະບໍລິຫານສະຫະພັນໃຫຍ່ແຮງງານຫວຽດນາມຄັ້ງທີ8

ເປິດກອງປະຊຸມຄະນະບໍລິຫານສະຫະພັນໃຫຍ່ແຮງງານຫວຽດນາມຄັ້ງທີ8 - ảnh 1
ຄະ​ນະ​ບໍ​ລິ​ຫານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ
 ຊຸດ​ທີ 11 ຈັດ​ກອງ​ປະ​ຊຸມ ​ຄັ້ງ​ທີ 8
(ພາບ: ແຮງງານ)

(vovworld)-  ວັນ​ທີ 14/7, ຢູ່​ນະ​ຄອນ​ດາຫຼາດ, ແຂວງ​ເລີມ​ດົ່ງ,  ຄະ​ນະ​ບໍ​ລິ​ຫານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ຊຸດ​ທີ 11 ຈັດ​ກອງ​ປະ​ຊຸມ ​ຄັ້ງ​ທີ 8. ທ່ານ ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນສູນ​ກາງຫວຽດ​ນາມ ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ. ກ່າວ​ຄວາ​ເຫັນ​ທີ​່ກອງ​ປະ​ຊຸມ, ທ່ານ ບຸ່ຍ​ວັນ​ເກື່ອງ ປະ​ທານນ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ​ເລື່ອງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຊັນ​ສັນ​ຍ​າ, ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຍຸກ​ໃໝ່, ໃນ​ນັ້ນ ມີ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມປາ​ຊີ​ຟິກ (TPP) ໄດ້ວາງ​​ອອກ​ການ​ທ້າ​ທາຍຫຼາຍ​ຢ່າງ ຮຽກ​ຮ້ອງ​ໃຫ້ກຳ​ມະ​ບານ​ຫວຽດ​ນາມ ຕ້ອງ​ດຳ​ເນີນ​ການ​ປ່ຽນ​ໃໝ່​ຢ່າງ​ ແ​ຮງ ແລະ ຮອບ​ດ້ານ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ຂະ​ບານ​ການກຳ​ມະ​ກອນ ແລະ ການ​ເຄື່ອນ​ໄຫວ​ກຳ​ມະ​ບານ ໃນ​ສະ​ພາບ​ການ​ໃໝ່. ທ່ານ ບຸ່ຍ​ວັນ​ເກື່ອງ ຊີ້​ແຈ້ງວ່າ: “ແຜນ​ຮ່າງ​ປ່ຽນ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ກຳ​ມະ​ບານ​ຫວຽດ​ນາມ ໃນ​​ສ​ະ​ພາບ​ການ​ໃໝ່” ​ເພື່ອແນ​ໃສ່​ເປັນ​ເຈົ້າ​ການ​​ວາງ​ອອກມາດ​ຕະ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ ​ດ້ວຍ​ຂັ້ນ​ຕອນ​ປະ​ຕິ​ບັດ​ລະ​ອຽດ ເພື່ອ​ແນ​ໃສ່​ປ່ຽນ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂ​ອງ​ກຳ​ມະ​ບານ​ຫວຽດ​ນາມ.

        ທີ່ກອງ​ປະ​ຊຸມ​ຄະ​ນະ​ບໍລິ​ຫານ​ງານ​ ໄດ້​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ບົດ​ລາຍງານສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່ຕົ້ນ​ຕໍ ​ຂອງ ​ກອງ​ປະ​ຊຸມ​ໃຫຍ່​ກຳ​ມະ​ບານ​ຫວຽດ​ນາມ ຄັ້ງ​ທີ 11, ໄລ​ຍະ 2013-2016; ລາຍ​ງາ​ນຜົນ​ການ​ເຄື່ອນ​ໄຫວ​ກຳ​ມະ​ບານ 6 ເດືອນ​ຕົ້ນ​ປີ, ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2016; ໃບ​ສະ​ເໜີ ກ່ຽວ​ກັບ​ບົດ​ລາຍ​ງານ​ປະ​ເມີນ​ຜົນ​ກາງສະ​ໄໝ ​ການປະ​ຕິ​ບັດ​ໂຄງ​ການ       “​ພັດ​ທະ​ນາ​ສະ​ມາ​ຊິກ​ກຳ​ມະ​ກອນ​ໄລ​ຍະ 2013-2018”.

 

 

ຂ່າວ/ບົດ​ອື່ນ