ເປີດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຢູ່ລາວ

ເປີດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຢູ່ລາວ - ảnh 1
ກອງ​ປະ​ຊຸມ​ຢູ່​ລາວ

(vovworld)- ຕອນ​ເຊົ້າ ​ວັນ​ທີ 16/11, ຢູ່​ນະ​ຄອນຫຼວງວຽງ​ຈັນ​​ຂອງລາວ ໄດ້​ດຳ​ເນີນ​ພິ​ທີ​ເປີດກອງ​ປະ​ຊຸມ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ ​ບັນ​ດາ​ປະ​ເທດ ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້ (ອາ​ຊຽນ) ດ​ວ້ຍ​ຫົວ​ຂໍ້ “ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ​້​ອງ​ກັນ​ປະ​ເທດ, ເພື່ອ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ອາ​ຊຽນ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ລັດ​ຖະ​ມົນ​ຕີ ແລະ ຜູ້​ຕາງ​ໜ້າ​​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​​ປະ​ເທດ ມາ​ຈາກ 10 ປະ​ເທດ​ອາ​ຊຽນ ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ເລ​ຂາ​ອາ​ຊຽນ. ຄະ​ນະ​ຜ​ູ້​ແທນ​ຫວຽດ​ນາມ ໂດຍ ທ່ານ ພົນ​ເອກ ໂງ​ຊວນ​ລິກ, ​ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ເປັນ​ຫົວ​ໜ້າ​ຄະ​ນະ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ເປີດ, ທ່ານ ພົນ​ໂທ ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ໃຫ້​ຮູ້​ວ່າ: ໃນ​ບັນ​ດາ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ ໃນ​ຂອບ​ເຂດກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ (ADMM) ສືບ​ຕໍ່​ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າຫຼາຍຢ່າງ, ດ້ວຍ​ການ​ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃໝ່ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ອື່ນໆ. ນີ້​ແມ່ນ​ບັນ​ດາ​ພະ​ຍານຫຼັກ​ຖານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ຂອງ​ບັນ​ດາ​ປະ​ເທດ​ ໃນ​ການ​ເພີ່​ມ​ທະ​ວີ​ຄວາມ​ໝັ້ນ​ຄົງ, ຄວາມສາ​ມັກ​ຄີ, ຄວາມ​ສະ​ຫງົບ​ປອດ​ໄພ, ແນ​ໃສ່​ສ້ຽງ​ອາ​ຊຽນ​ການ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ພັດ​ທະ​ນາຕາມ​ວິ​ໄສ​ທັດ​ອາ​ຊຽນ 2025.


ຂ່າວ/ບົດ​ອື່ນ