ເປີດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຮ່າໂນ້ຍ ຊຸດທີ XV

(VOVWORLD) - ກອງປະຊຸມສະໄໝສາມັນ ເທື່ອທີ 4, ສະພາປະຊາຊົນ ນະຄອນຮ່າໂນ້ຍ ຊຸດທີ XV, ອາຍຸການ 2016-2021, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ກໍລະກົດ.
ເປີດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຮ່າໂນ້ຍ ຊຸດທີ XV - ảnh 1ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ 

ໃນກອງປະຊຸມສະໄໝສາມັນຄັ້ງນີ້, ບັນດາຜູ້ແທນພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານ 12 ສະບັບ ແລະ ມະຕິປະຈຳໄລຍະ 1 ສະບັບ, ບົດລາຍງານ 3 ສະບັບ ແລະ ມະຕິຫົວເລື່ອງສະເພາະ 3 ສະບັບ. ບັນດາບົດລາຍງານ ແລະ ມະຕິພິຈາລະນາຢູ່ກອງປະຊຸມສະໄໝສາມັນຄັ້ງນີ້ ມີສ່ວນກ່ຽວຂ້ອງເຖິງວຽກງານການພັດທະນາ ເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນນະຄອນ ໃນໄລຍະຈະມາເຖິງ.

  ກ່າວປາໄສຢູ່ກອງປະຊຸມສະໄໝສາມັນ, ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນໜັກວ່າ ເພື່ອຮັບປະກັນຄາດໝາຍເຕີບໂຕໃນປີ 2017 ຂອງທົ່ວປະເທດແມ່ນ 6,7% ມັນຮຽກຮ້ອງຕ້ອງມີຄວາມຕັດສິນໃຈທາງດ້ານການເມືອງຢ່າງສູງໃນການຊີ້ນຳ, ການບໍລິຫານຂອງບັນດາຂັ້ນ, ບັນດາຂະແໜງການ, ບັນດາທ້ອງຖິ່ນ. ສະເພາະສຳລັບ ນະຄອນຮ່າໂນ້ຍ, ເພື່ອເຮັດສຳເລັດບັນດາໜ້າທີ່, ຕົວເລກຄາດໝາຍການພັດທະນາ ເສດຖະກິດ-ສັງຄົມ ປີ 2017, ໂດຍສະເພາະແມ່ນຕົວເລກຄາດໝາຍເຕີບໂຕ ໝົດປີ ແຕ່ 8,5-9%, ໃນ 6 ເດື່ອນທ້າຍປີຕ້ອງເພີ່ມຂຶ້ນກວ່າ 9,5%. ກ່າວປາໄສຢູ່ກອງປະຊຸມສະໄໝສາມັນ, ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໃສ່ໃຈ່ ຮ່າໂນ້ຍ ປະຕິບັດວຽກງານປະຕິຮູບດ້ານການບໍລິຫານຢ່າງມີປະສິດທິຜົນ; ກວດຄືນ, ປັບປຸງ ແລະ ເພີ່ມເຕີມບັນດາກົນໄກ, ນະໂຍບາຍຕາມທິດເປີດເຜີຍ, ຈະແຈ້ງ, ໂປ່ງໃສ; ສ້າງຄວາມສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ ກວ່າອີກ. ຮ່າໂນ້ຍ ສຸມໃສ່ປະຕິບັດບັນດາມາດຕະການປັບປຸງ, ຈັດອັນດັບດັດຊະນີການຄຸ້ມຄອງ ແລະ ການບໍລິຫານລັດຂັ້ນແຂວງ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ