ເປີດການພົວປະແລກປ່ຽນວັດທະນະທຳຫວຽດ-ຢີປຸ່ນຄັ້ງທີ14

ເປີດການພົວປະແລກປ່ຽນວັດທະນະທຳຫວຽດ-ຢີປຸ່ນຄັ້ງທີ14 - ảnh 1
ການ​ພົບ​ປະ​ແລກ​ປ່ຽນດ້ານ​ວັດ​ທະ​ນຳ​ທຳ​ ຫວຽດ​ນາມ-ຢີ​ປຸ່ນ ຄັ້ງ​ທີ 14

(vovworld)- ຕອນ​ຄ່ຳ​ ວັນ​ທີ 15/8, ຢູ່ ເມືອງ​ເກົ່າ ໂຮ້ຍ​ອານ, ແຂວງກວາງ​ນາມ, ໄດ້​ເປີດການ​ພົບ​ປະ​ແລກ​ປ່ຽນດ້ານ​ວັດ​ທະ​ນຳ​ທຳ​ ຫວຽດ​ນາມ-ຢີ​ປຸ່ນ ຄັ້ງ​ທີ 14. ໃນຊຸມ​ວັນ​ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ​​ດ້ານວັດ​ທະ​ນະ​ທຳ ​ຫວຽດ​ນາມ-ຢີ​ປຸ່ນ ຍັງ​ໄດ້ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ປະ​ແລກ​ປ່ຽນ, ບັນ​ເທີງ​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ ໃຫ້​ແກ່ນັກ​ທ່ອງ​ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ ຂອງ​ສອງ​ຊາດ ​ຫວຽດ​ນາມ-ຢີ​ປຸ່ນ ເຊັ່ນ: ງານ​ວາງສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ແຟ​ຊັ່ນ ແລະ ສິນ​ຄ້າ​ສິ​ລະ​ປະຫັດ​ຖະ​ກຳ ຖາຍ​ຮູບ​ເປັນ​ທີ່​ລະ​ນຶກ​ກັບ​ຊຸດ Yukata ແລະ Kimono, ສອນ​ຫຼັກ​ການ​ຂຽນ​ພາ​ສາ​ຢີ​ປຸ່ນ, ​ວິ​ທີ​ການ​ເຮັດ​ໂຄມ​ໄຟ, ພັບ​ເຈ້ຍ Origami, ພັບ​ໃບໝາກ​ພ້າວ… ແລະ ບັນ​ດາ​ການ​ລະຫຼີນ​​ພື້ນ​ເມືອງ​ຂອງເດັກ​ນ້ອຍ ຫວຽດ​ນາມ-ຢີ​ປຸ່ນ. ທ່ານ ເລ​ວັນ​ແທງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນາມ ໃຫ້​ຮູ້​ວ່າ:

        ກ່ອນ​ອື່ນ​ໝົດ ຕ້ອງ​ຢືນ​ຢັນ​ການ​ພົວ​ພັນ ຫວຽດ​ນາມ-ຢີ​ປຸ່ນ ເປັນ​ການ​ພົວ​ພັນທີ່​ມີ​ມາ ​ກວ່າ 400 ປີ ແລະ ເລີ່ມ​ມາ​​ຈາກໂຮ້ຍ​ອານ ກໍ່​ຄື​ຢີ​ປຸ່ນ. ຜ່ານ​ການ​ຈັດ​ຕັ້ງ​ງານບຸນ​ ໂຮ້ຍ​ອານ-ຢີ​ປຸ່ນ ຫຼາຍ​ຄັ້ງ, ລ້ວນ​ແຕ່​​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ ຂອງ​​ຊາວຫວຽດ​ນາມ ແລະ ຢີ​ປຸ່ນ ຫຼາຍ​ທີ່​ສຸດ. ​ໃນຄັ້ງ​ນີ້​​ພວກ​ຂ້າ​ພະ​ເຈົ້າ ​ຈັດ​ຕັ້ງ​ກໍ່​ແນ​ໃສ່​ຄາດ​ໝາຍ​ປັບ​ປຸງ​​ພັດ​ທະ​ນາ​​ການ​ພົວ​ພັນ​ມິດ​ຕະ​ພາບ ​ຫວຽດ​ນາມ-ຢີ​ປຸ່ນ, ໃນ​ນັ້ນ ພິ​ເສດ​ແມ່ນ​ໂຮ້ຍ​ອານ ແລະ ຢີ​ປຸ່ນ, ເຮັດ​ໃຫ້​ບັນ​ດາ​ຊາວ​ຫວຽດ​ນາມ ແລະ ຢີ​ປຸ່ນ​ ມີ​ຄວາມ​ເຂົ້າ​ໃຈ​ກວ່າ ແລະ ເລິກ​ເຊິ່ງກວ່າ​ກ່ຽວ​ກັບ ການ​ພົວ​ພັນ ​ລະ​ຫວ່າງ ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ